8 ຢ່າງນີ້ຈະເກີດຂຶ້ນກັບຮ່າງກາຍຂອງທ່ານເມື່ອທ່ານຍ່າງທຸກມື້

    – ການປ່ຽນແປງທາງສະໝອງ : ການ ຍ່າງຊ່ວຍປ້ອງກັນອາການສະໝອງເສື່ອມ ໄລຍະເບື້ອງຕົ້ນ, ຫລຸດຄວາມສ່ຽງອັລໄຊເມີ ແລະ ພັດທະນາສຸຂະພາບຈິດໂດຍລວມໄດ້, ຫລຸດຄວາມເຄັ່ງຄຽດ ແລະ ເພີ່ມລະດັບສານ ແຫ່ງຄວາມສຸກໃນຮ່າງກາຍ.

     – ການປ້ອງກັນພະຍາດຫົວໃຈ : ການ ຍ່າງ ຫລື ແລ່ນ ຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຫລອດເລືອດສະໝອງ, ຊ່ວຍຫລຸດການ ເກີດຄວາມດັນເລືອດສູງ ແລະ ລະດັບຄໍເລສ ເຕີໂຣນ ທັງຊ່ວຍເພີ່ມການໄຫລວຽນເລືອດ.

     – ເພີ່ມປະລິມານປອດ : ການ ຍ່າງເປັນການອອກກຳລັງກາຍ ແບບແອໂຣບິກ ເພີ່ມການໄຫລ ຂອງອົກຊີເຈນໃນກະແສເລືອດ ແລະ ບໍລິຫານປອດ ລວມໄປເຖິງ ການກຳຈັດສານພິດ ແລະ ຂອງ ເສຍ ເນື່ອງຈາກການຫາຍໃຈທີ່ດີ ແລະ ເລິກ ຈະຊ່ວຍຫລຸດການເກີດ ພະຍາດກ່ຽວກັບປອດ.

     – ປ້ອງກັນພະຍາດເບົາຫວານ: ຜູ້ທີ່ອອກກຳລັງກາຍໂດຍການ ຍ່າງຈະທົນຕໍ່ນຳ້ຕານ (ການເອົານຳ້ຕານເຂົ້າສູ່ແຊນ) ໄດ້ດີຂຶ້ນ 6 ເທົ່າ ເຊິ່ງສູງກ່ວາກຸ່ມທີ່ອອກກຳ ລັງກາຍໂດຍການແລ່ນ 6 ເດືອນ.

     – ເພີ່ມປະສິດທິພາບລະບົບ ຍ່ອຍ : ການຍ່າງ 30 ນາທີທຸກມື້ ຈະຊ່ວຍຫລຸດຄວາມສ່ຽງການ ເປັນມະເຮັງລຳໄສ້ໃຫຍ່, ຊ່ວຍໃຫ້ ການຍ່ອຍອາຫານດີຂຶ້ນ ຍ້ອນລຳ ໄສ້ເຄື່ອນໄຫວຢ່າງສະໝໍ່າສະເໝີ.

     – ກ້າມຊີ້ນຟິດກະຊັບ : ການ ຍ່າງຊ່ວຍຮັດແໜ້ນກ້າມຊີ້ນ ແລະ ຫລຸດນຳ້ໜັກໄດ້ ເປັນການອອກກຳລັງແບບທີ່ບໍ່ເຈັບໂຕເມື່ອປຽບ ທຽບກັບການແລ່ນ ຫລື ການ ອອກກຳລັງກາຍຮູບແບບອື່ນ.

     – ກະດູກ ແລະ ຂໍໍ້ຕໍ່ແຂງແຮງ: ການຍ່າງຊ່ວຍປ້ອງກັນແລະຫລຸດ ຄວາມສ່ຽງການແຕກຫັກຂອງ ມວນກະດູກ, ເພີ່ມຄວາມແຂງ ແຮງ ແລະ ຫລຸດການອັກເສບ.

     – ຫລຸດອາການປວດຫລັງ :  ເພີ່ມການໄຫລວຽນເລືອດພາຍໃນ ກະດູກສັນຫລັງ ແລະ ເພີ່ມຄວາມ ຫົດຢືດຂອງກະດູກສັນຫລັງໄດ້ດີ.