ກອງປະຊຸມວ່າດ້ວຍ ບົດບາດຂອງການສຶກສາດ້ານການເງິນ

ກອງປະຊຸມວ່າດ້ວຍ ບົດບາດຂອງການໃຫ້ຄວາມຮູ້ດ້ານການເງິນ ແລະການປົກປ້ອງຜູ້ບໍລິໂພກໃນການສະໜັບສະໜູນການເຂົ້າເຖິງການບໍລິການທາງດ້ານການເງິນໄດ້ບັນລຸຜົນສຳເລັດຢ່າງຈົບງາມໃນວັນທີ 27 ພະຈິກນີ້ພ້ອມທັງດໍາເນີນມາເປັນເວລາ 2 ວັນ ຢູ່ນະຄອນຫຼວງວຽງຈັນ ແລະ ໂດຍເປັນປະທານຂອງທ່ານນາງ ວັດທະນາດາລາລອຍ,ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ແລະ ຮັບການສະໜັບສະໜູນຈາກລັດຖະບານອົດສະຕຼາລີ, ສ. ເຢຍລະມັນ,ສະຖາບັນທະນາຄານພັດທະນາອາຊີ (ADBI) ແລະ ອົງການ OECD ຊຶ່ງມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ, ອົງການຈັດຕັ້ງສາກົນ ແລະ ຂະແໜງການເງິນເຂົ້າຮ່ວມນຳດ້ວຍ.ກອງປະຊຸມໃນຄັ້ງນີ້ ໄດ້ນໍາສະເໜີ 7 ພາກໃຫຍ່ ໂດຍມີຍຸດທະສາດຂອງການເຂົ້າເຖິງການບໍລິການທາງການເງິນ ທີ່ມີຢູ່ໃນພາກພື້ນທີ່ມີກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ (CLMV) ແລະ ໃນບັນດາເພື່ອນບ້ານ ໂດຍແນໃສ່ເປັນພິເສດກ່ຽວກັບອົງປະກອບໃນດ້ານຄວາມຕ້ອງການຂອງຍຸດທະສາດເຫຼົ່ານີ້; ການປະເມີນຄວາມຮູ້ທາງການເງິນ; ການກໍານົດສິ່ງທ້າທາຍ ແລະປະສົບການໃນການປົກປ້ອງຜູ້ຊົມໃຊ້ທາງດ້ານການເງິນ; ຍຸດທະສາດແຫ່ງຊາດ ເພື່ອການສຶກສາທາງດ້ານການເງິນ; ແນວທາງດ້ານຄວາມຕ້ອງການໃນການສະໜັບສະໜູນທາງດ້ານການເງິນໃນຮູບແບບດີຈິຕອລໂດຍຈະໃຫ້ໂອກາດອັນໃໝ່ ແຕ່ຍັງໄດ້ນໍາສະເໜີຄວາມສ່ຽງ ແລະ ສິ່ງທ້າທາຍອັນໃໝ່ເຊັ່ນກັນ; ການສຶກສາທາງດ້ານການເງິນ ສໍາລັບຊາວໜຸ່ມ ແລະ ໃນໂຮງຮຽນ ແລະພາກສຸດທ້າຍ ແມ່ນການສຶກສາທາງດ້ານການເງິນສໍາລັບຜູ້ດ້ອຍໂອກາດ.
ພ້ອມນັ້ນ; ກອງປະຊຸມ ຍັງນໍາສະເໜີຜົນການສໍາຫລວດຂອງອົງການ OECD ກ່ຽວກັບວຽກງານປະຊາສຶກສາດ້ານການເງິນ ທີ່ດໍາເນີນການ ໂດຍສະຖາບັນທະນາຄານເພື່ອການພັດທະນາອາຊີ ໂດຍລວມແລ້ວໄດ້ມາຈາກ 21 ຄໍາຖາມ ທີ່ກ່ຽວຂ້ອງກັບຄວາມຮູ້ດ້ານການເງິນ, ພຶດຕິກໍາ ແລະ ທັດສະນະຄະຕິທາງການເງິນ; ການສຶກສາຍັງຊີ້ໃຫ້ເຫັນວ່າ ປະຊາຊົນລາວມີທັດສະນະທີ່ດີຫຼາຍກ່ຽວກັບວິໄນທາງການເງິນ ຊຶ່ງສາມາດປຽບທຽບກັບສາກົນໄດ້.ທ່ານນາງວັດທະນາ ດາລາລອຍ ກ່າວວ່າ: ພວກເຮົາຕ້ອງມີຄວາມພະຍາຍາມຫຼາຍຂື້ນເພື່ອຍົກລະ ດັບຄວາມຮູ້ ແລະ ທັກສະດ້ານການເງິນເພື່ອເຮັດໃຫ້ທຸກຄົນໃນສັງຄົມ ສາມາດປະກອບສ່ວນເຂົ້າໃນການເຕີບໃຫ່ຍຂະຫຍາຍຕົວທາງເສດຖະກິດໄດ້ດີຂື້ນຊຶ່ງສິ່ງດັ່ງກ່າວນີ້ເປັນເປົ້າໝາຍສໍາຄັນທີ່ສຸດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 ຂອງ ສປປ ລາວ. ທ່ານນາງ ເຈນ ແຊັນດ໌ເລີ ຕາງໜ້າເອກອັກຄະລັດຖະທູດອົດສະຕາລີໄດ້ສະເໜີໃຫ້ເຮັດການຈັດຕັ້ງປະຕິບັດວຽກງານປະຊາສຶກສາດ້ານການເງິນດ້ວຍການປະສານງານຢ່າງໃກ້ຊິດກັບບັນດາຂະແໜງການທີ່ກ່ຽວຂ້ອງເປັນຕົ້ນໂຮງຮຽນ ແລະ ມະຫາ ວິ ທະຍາໄລຄືກັບອົງການຈັດຕັ້ງມະຫາຊົນ ເພື່ອໃຫ້ສາມາດເຂົ້າຫາທຸກໆຄົນໄດ້ດ້ວຍວິທີການທີ່ມີປະສິດທິພາບທີ່ສຸດ. ທ່ານ ໄມເຄີ ເຮວເລີ ຕາງໜ້າເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ສປປ ລາວ ໄດ້ກ່າວເຖິງການລິເລີ່ມຝຶກອົບຮົມດ້ານການເງິນທີ່ມີມາດົນນານຂອງທະນາຄານຝາກປະຢັດແລະ ຊຸກຍູ້ໃຫ້ບັນດາຜູ້ເຂົ້າຮ່ວມຈາກສະຖາບັນການເງິນໃນ ສປປ ລາວຈົ່ງພິຈາລະນາ ແລະປັບປ່ຽນຕາມຄວາມຮູ້ທີ່ໄດ້ຮັບໃນກອງປະຊຸມນີ້ຕໍ່ລະບົບຂະແໜງການເງິນ ໃນ ສປປ ລາວ.
#ຂ່າວ-ພາບ:ຣັດສະໝີ ດວງສັດຈະ

