ປະທານ ຢູຟາ ພ້ອມລົງໂທດ ແມນຊິຕີ້ ຢ້ອນຫລັງຄະດີກົດການເງິນ

ອາເລັກຊານເດີ ເຊເຟຣິນ ປະທານ ຢູຟາ ລະບຸວ່າ: ພ້ອມດຳເນີນການລົງໂທດຢ້ອນຫລັງທີມທີ່ເຄີຍລະເມີດກົດຄວບຄຸມການເງິນ ເຊິ່ໜຶ່ງໃນນັ້ນຄື ແມນເຊັສເຕີ ຊິຕີ້ ແລະ ການລົງໂທດອາດຮຸນແຮງເຖິງຂັ້ນສັ່ງຫ້າມຈາກການລົງຫລິ້ນລາຍການລະດັບທະວີບເອີຣົບ.
ອາເລັກຊານເດີ ເຊເຟຣິນ ປະທານສະຫະພັນບານເຕະເອີຣົບ (ຢູຟາ) ຢືນຢັນວ່າ: ພ້ອມຈະລົງໂທດຢ້ອນຫລັງທີມທີ່ລະເມີດກົດຄວບຄຸມການເງິນເຊັ່ນ: ແມນເຊັສເຕີ ຊິຕີ້ ສະໂມສອນມະຫາເສດຖີແຫ່ງ ພຣີເມຍລີກ ອັງກິດ. ຖ້າຫາກກວດສອບແລ້ວພົບວ່າທີມເຫລົ່ານີ້ເຮັດຜິດແທ້.
ແມນ ຊິຕີ້ ເຄີຍຖືກຕັ້ງຂໍ້ສົງໄສວ່າລະເມີດກົດຄວບຄຸມການເງິນ ຫລັງຈາກພວກເຂົາໃຊ້ເງິນເສີມທີມເປັນຈຳນວນຫລາຍ ໂດຍຕອນນັ້ນພວກເຂົາມີສິດຖືກລົງໂທດແບບຮຸນແຮງທີ່ສຸດເປັນການຖືກຕັດສິດຈາກການຫລິ້ນ ຢູຟາ ແຊມປ້ຽນລີກ ໃນລະດູການ 2014-15.
ເຖິງຢ່າງໃດກໍຕາມ, ເມື່ອບໍ່ດົນມານີ້ ບານເຕະ ລີກ ເວັບໄຊແນວເປີດເຜີຍເລື່ອງລັບຂອງວົງການບານເຕະອອກມາລາຍງານວ່າ: ແມນເຊັສເຕີ ຊິຕີ້ ລວມທັງ ປາຣີ ແຊງແຊກແມງ ຕັ້ງໃຈໃສ່ຂໍ້ມູນເລື່ອງລາຍໄດ້ຈາກຜູ້ສະໜັບສະໜູນສູງເກີນຄວາມເປັນຈິງ ເພື່ອພວກເຂົາຈະໄດ້ບໍ່ຖືກລົງໂທດຂັ້ນຮ້າຍແຮງ.
ທັງນີ້, ເມື່ອບໍ່ດົນມານີ້ ຢູຟາ ປະກາດວ່າພວກເຂົາຈະເອົາຄະດີນີ້ມາສອບສວນໃໝ່, ຖ້າພົບວ່າມີການລະເມີດກົດແທ້, ສະຫະພັນບານເຕະເອີຣົບພ້ອມຈະລົງໂທດທີ່ເໝາະສົມ ເຊິ່ງບົດລົງໂທດທີ່ຮ້າຍແຮງທີ່ສຸດຄືການຕັດສິດທີມທີ່ເຮັດຜິດກົດຈາກການລົງຫລິ້ນລາຍການລະດັບທະວີບເອີຣົບເຊັ່ນ: ຢູຟາ ແຊມປ້ຽນລີກ.

