ການນຳພັກ-ລັດວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ອານຸສາວະລີນັກຮົບນິລະນາມ ແລະ ອານຸສອນສະຖານຜູ້ນຳ ທີ່ເມືອງວຽງໄຊ

ໃນຕອນບ່າຍວັນທີ 30 ພະຈິກນີ້, ການນຳຂັ້ນສູງພັກ-ລັດ ນຳໂດຍສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ, ຮອງປະທານປະເທດ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາສະຫາຍກົມການເມືອງ, ກຳມະການສູນກາງພັກ ໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອານຸສາວະລີນັກຮົບນິລະນາມ, ອານຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານປະທານ ສຸພານຸວົງ ຢູ່ເມືອງວຽງໄຊ ແຂວງຫົວພັນ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ (30 ພະຈິກ 1968 – 30 ພະຈິກ 2018) ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ອະດີດຜູ້ນຳ-ພະນັກງານນັກຮົບປະຕິວັດ ແລະ ປະຊາຊົນທີ່ໄດ້ເສຍສະຫລະເລືອດເນື້ອ ແລະ ຊີວິດ ເພື່ອພາລະກິດປົດປ່ອຍຊາດ ຈົນສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສົມບູນໃນປີ 1975.
ຕອນເຊົ້າວັນດຽວກັນ, ບັນດາການຍັງໄດ້ໄປຢ້ຽມຊົມຖ້ຳອະດີດການນຳເຊັ່ນ: ຖ້ຳປະທານ ໄກສອນ ພົມວິຫານ, ຖ້ຳປະທານ ສຸພານຸວົງ ແລະ ບັນດາຖ້ຳຜູ້ນຳທ່ານອື່ນໆ ຢູ່ເມືອງຖານທີ່ໝັ້ນຂອງການປະຕິວັດລາວແຫ່ງນີ້.

