ຍັງອີກບໍ່ດົນໄຫຫີນຊຽງຂວາງ ຈະໄດ້ຮັບເຂົ້າເປັນມໍລະດົກໂລກ

ນັບວ່າເປັນຂ່າວດີໃຫ້ແກ່ທົ່ວປວງຊົນລາວ, ພາຍຫລັງ ຄວາມພະຍາຍາມຂອງກະ ຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ, ໄດ້ ຄົ້ນຄວ້າຮີບໂຮມບັນດາຂໍ້ມູນ ແລະ ຫລັກຖານຕ່າງໆ ທາງ ປະຫວັດສາດເພື່ອນຳສະເໜີ ເອົາໄຫຫີນຊຽງຂວາງເຂົ້າ ເປັນມໍລະດົກແຫ່ງທີ່ສາມ ຫລັງຈາກນະຄອນຫລວງພະ ບາງ ແລະ ວັດພູຈຳປາສັກ.

ຈໍານວນນັກທ່ອງທ່ຽວເຂົ້າມາທ່ຽວລາວປີ 2018 ບໍ່ບັນລຸຕາມເປົ້າໝາຍໄດ້ຍ້ອນຫຼາຍສາເຫດ2018/

ທ່ຽວຊົມຫລວງພະບາງເມືອງມໍລະດົກໂລກ2018/

ດັ່ງທ່ານ ລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວໄດ້ ເປີດເຜີຍໃຫ້ຮູ້, ໃນໂອກາດ ທີ່ ທ່ານ ນຳຂະບວນຄາລະ ວານທ່ອງທ່ຽວເມືອງວຽງ ໄຊຖານທີ່ໝັ້ນຂອງການ ປະຕິວັດໃນວັນທີ 28 ພະຈິກ ນີ້ ວ່າ: ໄຫຫີນຊຽງຂວາງ ຈຳນວນ 999 ໜ່ວຍທີ່ ຢັງຢາຍຢູ່ບໍລິເວນ 11 ແຫ່ງ ຂອງ ເມືອງແປກ, ເມືອງຜາ ໄຊ, ເມືອງພູກຸດ ແລະ ເມືອງ ຄຳ, ຈະໄດ້ຮັບຮອງເຂົ້າ ເປັນມໍລະດົກໂລກໃນກາງ ປີ 2019 ຈະມາເຖິງນີ້, ພາຍ ຫລັງກະຊວງໄດ້ສົ່ງຄະນະ ວິຊາການກ່ຽວຂ້ອງ ຂອງ ຕົນໄປປ້ອງກັນບົດການ ຂໍ ສະເໜີໄຫຫີນດັ່ງກ່າວເຂົ້າ ເປັນມໍລະດົກໂລກທີ່ນະຄອນ ຫລວງປາຣີ ປະເທດຝຣັ່ງ ເປັນທີ່ຮຽບ ຮ້ອຍແລ້ວ ແລະ ໃນລະຫວ່າງເດືອນຕຸລາ ຜ່ານມານີ້ ອົງການອຸຍແນດ ສະໂກກໍໄດ້ ສັ່ງຄະນະວິຊາ ການກ່ຽວຂ້ອງມາກວດກາ ຕົວຈິງຢູ່ຊຽງຂວາງເປັນ ທີ່ ຮຽບຮ້ອຍແລ້ວ ແລະ ສິ່ງ ດັ່ງກ່າວຈະເປັນສິ່ງເອກອ້າງ ທະນົງໃຈໃຫ້ປະຊາຊົນລາວ ທັງຊາດ./.