ປີ 2019 ລັດຖະບານຈະສູ້ຊົນໃຫ້ເສດຖະກິດເຕີບໂຕສູງກວ່າ 6,7%

ອີງຕາມການລາຍງານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕໍ່ກອງປະຊຸມສະພາ ທີ່ພວມດໍາເນີນຢູ່ໃນປັດຈຸບັນ ໃຫ້ຮູ້ວ່າ: ຖ້າລັດຖະບານຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໄດ້ຢ່າງມີປະສິດທິຜົນ ກໍຈະຮັບປະກັນໃຫ້ການບັນລຸຕົວເລກການເຕີບໂຕຂອງເສດຖະກິດ (GDP) ໃນອັດຕາ 6,7% ຫຼືສູງກວ່ານັ້ນ ໃນປີ 2019. ດັ່ງນັ້ນ, ຂໍສະເໜີໃຫ້ຊາບວ່າ: ພາຍຫຼັງສະພາໄດ້ຮັບຮອງເອົາ 8 ມາດຕະການຊຸກຍູ້ເສດຖະກິດ ໃນກອງປະຊຸມສະໄໝາສາມັນ ເທື່ອທີ 5 ຜ່ານມາ, ລັດຖະບານກໍໄດ້ຜັນຂະຫຍາຍ ແລະ ອອກເປັນຄໍາສັ່ງ ເລກທີ 12/ນຍ ໃນວັນທີ 23 ສິງຫາ 2018 ແລະ ໄດ້ຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່. ໃນກອງປະຊຸມສະໄໝສາມັນປະຈໍາເດືອນ ຕຸລາ ຜ່ານມາ, ລັດຖະບານໄດ້ທົບທວນຜົົນການຈັດຕັ້ງປະຕິບັດ 8 ມາດຕະການດັ່ງກ່າວ ຊຶ່ງຫາກໍ ປະຕິບັດໄດ້ພຽງ 3 ເດືອນ ແລະ ແນ່ນອນວ່າໃນໄລຍະພຽງ 3 ເດືອນ ກໍເຫັນທ່າອ່ຽງທີ່ໜ້າຍິນດີ ພາຍຫຼັງກາານຈັດຕັ້ງປະຕິບັດມາດຕະການດັ່ງກ່າວ ເພາະມັນໄດ້ປະກອບສ່ວນຊຸກຍູ້ໃຫ້ພວກເຮົາສາມາດເກັບລາຍຮັບງົບປະມານໄດ້ຕາມແຜນການທີ່ວາງໄວ້, ສາມາດສະກັດກັ້ນໄພເງິນເຟີ້ ແລະ ຮັກສາສະເຖຍລະພາບທາງດ້ານເງິນຕາ, ຈໍາກັດລາຍຈ່າຍພາກລັດທີ່ບໍ່ຈໍາເປັນ, ກວດເຫັນ ແລະ ຕັດມູນຄ່າໂຄງການລົງທຶນຂອງລັດທີ່ມີມູນຄ່າສູງ ແລະ ເກີນຄວາມຈໍາເປັນລົງໄດ້ຫຼາຍໂຄງການ ແລະ ອື່ນໆ ເຮັດໃຫ້ສະພາບຄວາມກົດດັນ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຜ່ອນຄາຍລົງ ເຖິງຈະຍັງບໍ່ທັນແກ້ໄຂໄດ້ຢ່າງຂາດຕົວ ແຕ່ກໍສາມາດປະຄັບປະຄອງໃຫ້ເສດຖະກະດສືບຕໍ່ຂະຫຍາຍຕົວໄດ້.
ເຖິງຢ່າງໃດກໍຕາມ, ລັດຖະບານກໍຮັບຮູ້ວ່າ ໃນໄລຍະ 3 ເດືອນທີ່ຜ່ານມາ, ການຈັດຕັ້ງປະຕິບັດບາງມາດຕະການໃນ 8 ມາດຕະການທີ່ກ່າວມານັ້ນ ເປັນຕົ້ນແມ່ນ ການປັບປຸງສະພາບແວດລ້ອມ ແລະ ອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ, ການແກ້ໄຂໜີ້ສິນພາຍໃນ, ການພັດທະນາ SMEs ແລະ ການສົ່ງເສີມການຜະລິດ ກໍຍັງມີຄວາມຄືບໜ້າຊ້າ, ລັດຖະບານບໍ່ໄດ້ນິ້ງນອນໃຈ, ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເປັນເອກະພາບໃນກອງປະຊຸມລັດຖະບານໃນເດືອນຜ່ານມາ ກ່ຽວກັບທິດທາງ ແລະ ມາດຕະການ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໃຫ້ໄວ ແລະ ມີປະສິດທິຜົນຫຼາຍຂຶ້ນ, ໂດຍຈະສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ຊີ້ນໍາ ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງກວ່າເກົ່າ.

