ອູແກຣນກັງວົນຈະຖືກຣັດເຊຍໂຈມຕີ

ຜູ້ນຳອູແກຣນສະແດງຄວາມກັງວົນຫລັງຣັດເຊຍ ສົ່ງລົດຕັງເຂົ້າມາປະຈຳການຊາຍແດນເພີ່ມ ແລະ ບອກວ່າ: ລັດຖະບານຈະພະຍາຍາມຢ່າງເຕັມສ່ວນ ເພື່ອຫາທາງຊ່ວຍທະຫານເຮືອທີ່ຖືກຣັດເຊຍຈັບກຸມ.
ປະທານາທິບໍດີ ເປໂຕຣ ໂປໂຣເຊນໂກ ຂອງອູແກຣນ ໃຫ້ສຳພາດສື່ອ້າງລາຍງານຂ່າວລະບຸວ່າ: ຣັດເຊຍສົ່ງລົດຕັງເຂົ້າມາປະຈຳການຊາຍແດນເພີ່ມ ເຊິ່ງສ່ຽງຈະເກີດການປະທະຮອບໃໝ່ລະຫວ່າງອູແກຣນກັບຣັດເຊຍ ຫລັງຈາກວັນທີ 25 ພະຈິກ ຣັດເຊຍໄດ້ຢຶດເຮືອຮົບ ແລະ ເຮືອລາກຈູງຂອງອູແກຣນ 3 ລຳ ພ້ອມທັງຈັບກຸມທະຫານເຮືອ 24 ຄົນ ເຊິ່ງຜູ້ນຳອູແກຣນບອກວ່າ: ລັດຖະບານຈະພະຍາຍາມດຳເນີນທຸກຢ່າງທີ່ຈຳເປັນ ເພື່ອຊ່ວຍເຫລືອທະຫານເຮືອທີ່ຖືກຈັບກັບປະເທດໃຫ້ໄດ້. ທ່ານ ໂປໂຣເຊນໂກ ກ່າວອີກວ່າ: ທ່ານພະຍາຍາມຈະຕິດຕໍ່ກັບປະທານາທະບໍດີ ວະລາດິເມຍ ປູຕິນ ແຕ່ຍັງບໍ່ໄດ້ຮັບການຕອບຮັບຈາກລັດຖະບານຣັດເຊຍ. ຂະນະທີ່ທະຫານເຮືອອູແກຣນຊຸດທຳອິດ 12 ຄົນໄດ້ຖືກນຳຕົວໄປຂຶ້ນສານໃນເມືອງຊິມເຟີໂຣໂພລ ໃນວັນທີ 27 ພະຈິກ ໂດຍສານມີຄຳສັ່ງໃນເບື້ອງຕົ້ນໃຫ້ຄຸມຂັງທະຫານເຮືອ 12 ຄົນເປັນເວລາ 2 ເດືອນ ເນື່ອງຈາກມີຄວາມຜິດຖານລະເມີດນ່ານນ້ຳຂອງຣັດເຊຍ.

