UN ເຜີຍສະຖິຕິແມ່ຍິງທົ່ວໂລກ ຖືກຄາດຕະກຳຊົ່ວໂມງລະ 6 ຄົນ

ຕາມການລາຍງານຂອງອົງການສະຫະປະຊາຊາດ ຫລື UN ເນື່ອງໃນວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (Internationa Day for the Elimination of Violence against Women) ໃນວັນທີ 25 ພະຈິກ ກ່ຽວກັບບັນຫາອາຊະຍາກຳ ແລະ ຢາເສບຕິດ ເປີດເຜີຍສະຖິຕິເຫດຄາດຕະກຳແມ່ຍິງໃນທົ່ວໂລກ ໂດຍຜູ້ກໍ່ເຫດສ່ວນຫລາຍແມ່ນຄົນໃກ້ຊິດເຊັ່ນ: ຄົນຮັກ, ອະດີດຄົນຮັກ ແລະ ຄົນພາຍໃນຄອບຄົວຕົນເອງ. ອີງຕາມຂໍ້ມູນຈາກປີຜ່ານມາ ໃຫ້ຮູ້ວ່າ: ມີຄະດີຄາດຕະກຳແມ່ຍິງໃນທົ່ວໂລກເກີດຂຶ້ນ 87.000 ຄະດີ, ໃນນັ້ນ ມີຫລາຍກວ່າ 50.000 ຄະດີທີ່ເກີດຂຶ້ນຍ້ອນການລົງມືຂອງບຸກຄົນໃກ້ຊິດ ເທົ່າກັບ 58% ຂອງຈຳນວນຄະດີທັງໝົດ, ສະເລ່ຍແລ້ວມີຜູ້ຍິງຖືກຄາດຕະກຳຊົ່ວໂມງລະ 6 ຄົນ.
ສຳລັບຄ່າສະເລ່ຍການຄາດຕະກຳແມ່ຍິງໃນທົ່ວໂລກຢູ່ທີ່ 1,3 ຄົນ ຕໍ່ປະຊາກອນ 1 ແສນຄົນ, ຖ້າແບ່ງເປັນພາກພື້ນຫລາຍກວ່າໝູ່ແມ່ນຢູ່ອາຟຣິກາ 3,1 ຄົນຕໍ່ປະຊາກອນ 1 ແສນຄົນ, ຕໍ່ມາແມ່ນຢູ່ພາກພື້ນອາເມລິກາ 1,6 ຄົນຕໍ່ປະຊາກອນ 1 ແສນຄົນ, ບັນດາໝູ່ເກາະໃນມະຫາສະໝຸດ 1,3 ຄົນຕໍ່ປະຊາກອນ 1 ແສນຄົນ, ພາກພື້ນອາຊີ 0,9 ຄົນຕໍ່ປະຊາກອນ 1 ແສນຄົນ, ໜ້ອຍທີ່ສຸດແມ່ນພາກພື້ນເອີຣົບ 0,7 ຄົນຕໍ່ປະຊາກອນ 1 ແສນຄົນ.
ຕໍ່ບັນຫາດັ່ງກ່າວ, UN ໄດ້ຮຽກຮ້ອງເຖິງຂະບວນການຍຸຕິທຳໃນແຕ່ລະປະເທດ ແລະ ເຈົ້າໜ້າທີ່ຮັກສາກົດໝາຍ ຕ້ອງເພີ່ມຄວາມເຂັ້ມງວດ ແລະ ເອົາໃຈໃສ່ຢ່າງຈິງຈັງໃນການປາບປາມ ແລະ ສະກັດກັ້ນບັນຫາດັ່ງກ່າວ, ສ່ວນທາງດ້ານສັງຄົມ ແລະ ການສຶກສາຄວນປູກຝັງຈິດສຳນຶກ ແລະ ແນວຄິດຕ້ານການໃຊ້ຄວາມຮຸນແຮງໃຫ້ປະຊາຊົນຕັ້ງແຕ່ຍັງເປັນເດັກນ້ອຍເຍົາວະຊົນ.

