ບັດເຂົ້າຊົມ ມາເລເຊຍ ພົບ ໄທ ຂາຍໝົດພາຍໃນມື້ດຽວ ບານເຕະຊາຍຊີງແຊ້ມອາຊຽນ 2018 ຮອບ 4 ທີມ

ເວັບໄຊ tickethotline ເຊິ່ງເປັນເວັບໄຊຈຳໜ່າຍບັດເຂົ້າຊົມການແຂ່ງຂັນບານເຕະຊີງແຊ້ມອາຊຽນ 2018 ຮອບ 4 ທີມ ນັດທີ 1 ຈະແຂ່ງໃນວັນທີ 1 ທັນວາ 2018 ເວລາ 19:45 ໂມງ ລະຫວ່າງ ທີມຊາດມາເລເຊຍ ແຊ້ມປີ 2010 ເປີດສະໜາມກິລາແຫ່ງຊາດບຸກິດ ຈາລິວ ຕ້ອນຮັບ ທີມຊາດໄທ ແຊ້ມເກົ່າ ໄດ້ເປີດຂາຍບັດເຂົ້າຊົມ ໃນວັນທີ 26 ພະຈິກ 2018 ແລະ ຂາຍໝົດແລ້ວພາຍໃນມື້ດຽວ ຈຳນວນ 87.411 ບ່ອນນັ່ງ ຕາມຄວາມບັນຈຸຂອງສະໜາມກິລາແຫ່ງຊາດບຸກິດ ຈາລິວ ເຊິ່ງເປັນສະໜາມກິລາທີ່ບັນຈຸຄົນຫລາຍທີ່ສຸດໃນຮອບ 4 ທີມສຸດທ້າຍ.
ນັດນີ້ໄດ້ຮັບຄວາມສົນໃຈຈາກແຟນບານ ອຸ້ນຕຣ້າມາລາຢາ ແຫ່ພາກັນຊື້ບັດຈົນໝົດ ແລະ ຫວັງວ່າທັບເສື້ອເຫລືອງຢ້ຳແຄ້ນເອົາຊະນະ ທີມຊາດໄທ ອີກຄັ້ງ ຫລັງຈາກເຄີຍຊະນະ ທີມຊາດໄທ ໃນສະໜາມແຫ່ງນີ້ 3-2 ໃນຮອບຊີງຊະນະເລີດປີ 2014 ແຕ່ນັດທີ 1 ທີມຊາດມາເລເຊຍ ອອກໄປເສຍໃຫ້ ທີມຊາດໄທ ຄາສະໜາມກິລາແຫ່ງຊາດຣາຊມັງຄະລາ 0-2 ເປັນທີມຊາດໄທ ທີ່ຄວ້າແຊ້ມໄປຄອງ ແລະ ມາໃນຄັ້ງນີ້ແຟນບານເສື້ອເຫລືອງຫວັງວ່າຈະຊະນະ ທີມຊາດໄທ ເພື່ອຈະເຂົ້າຊີງເປັນຄັ້ງທີ 4 ແລະ ຄວ້າແຊ້ມເປັນສະໄໝທີ 2 ມາຄອງໃຫ້ໄດ້.
ການແຂ່ງຂັນອີກ 1 ຄູ່ ວັນທີ 2 ທັນວາ 2018 ເວລາ 19:30 ໂມງ ທີມຊາດຟີລິບປິນ ເປີດສະໜາມປານາດ ຕ້ອນຮັບ ທີມຊາດຫວຽດນາມ, ວັນທີ 5 ທັນວາ 2018 ເວລາ 19:00 ທີມຊາດໄທ ຈະເປີດສະໜາມກິລາແຫ່ງຊາດຣາຊມັງຄະລາ ຕ້ອນຮັບ ທີມຊາດມາເລເຊຍ, ວັນທີ 6 ທັນວາ 2018 ເວລາ 19:30 ໂມງ ທີມຊາດຫວຽດນາມ ຈະເປີດສະໜາມກິລາມີ໊ດິ່ງ ຕ້ອນຮັບ ທີມຊາດຟີລິບປິນ.

