ເມັກຊິກເນລະເທດຜູ້ເຂົ້າເມືອງທີ່ຖືກຈັບ ຫລັງພະຍາຍາມຜ່າແນວກັ້ນ ຈະເຂົ້າອາເມລິກາ

ເມັກຊິກເນລະເທດຜູ້ເຂົ້າເມືອງຊາວອາເມລິກາກາງຈຳນວນໜຶ່ງທີ່ຖືກຈັບຫລັງຈາກພະຍາຍາມຜ່າແນວກັ້ນຕຳຫລວດຈະຂ້າມຊາຍແດນເຂົ້າອາເມລິກາ ແລະ ຖືກອາເມລິກາຍິງແກັສນ້ຳຕາສະກັດໄວ້ໃນວັນທີ 25 ພະຈິກ.
ເຈົ້າໜ້າທີ່ເມັກຊິກເປີດເຜີຍຕໍ່ CNN ວ່າ: ຜູ້ເຂົ້າເມືອງຈຳນວນຫລາຍ ສ່ວນຫລາຍເປັນຜູ້ຊາຍສາມາດໜີຂ້າມເຂົ້າໄປໃນອາເມລິກາ ແລະ ມີຄົນຖືກຈັບ 42 ຄົນ, ຂະນະທີ່ສະຖາບັນຜູ້ເຂົ້າເມືອງແຫ່ງຊາດຂອງເມັກຊິກຢືນຢັນວ່າ: ມີຜູ້ເຂົ້າເມືອງຖືກຈັບ 98 ຄົນ ແລະ ມີຜູ້ຍຸຍົງແຝງຕົວຢູ່ໃນກຸ່ມຜູ້ເຂົ້າເມືອງໃຫ້ເຂົ້າອາເມລິກາຢ່າງຜິດກົດໝາຍ, ທາງການໄດ້ເນລະເທດຜູ້ຖືກຈັບຈຳນວນໜຶ່ງອອກນອກປະເທດແລ້ວ.
ຜູ້ເຂົ້າເມືອງຊາວອາເມລິກາກາງທີ່ອ້າງວ່າໜີຄວາມທຸກ ແລະ ຄວາມຮຸນແຮງໃນປະເທດ ຫວັງມີອະນາຄົດໃໝ່ໃນອາເມລິກາອາໄສຢູ່ເມືອງຮີຮົວນາຂອງເມັກຊິກປະມານ 1.000 ຄົນ.
ປະທານາທິບໍດີ ໂດນັລ ທຣຳ ອ້າງວ່າ: ແກັສນ້ຳຕາທີ່ເຈົ້າໜ້າທີ່ໃຊ້ມີຄວາມປອດໄພສູງ ສາເຫດທີ່ຕ້ອງການໃຊ້ເພາະຖືກກົດດັນຈາກຄົນບາງພວກ, ພ້ອມກ່າວວ່າ: ຜູ້ເຂົ້າເມືອງບາງຄົນສວຍໂອກາດເອົາເດັກບັງໜ້າຫວັງວ່າຈະໄດ້ເຂົ້າອາເມລິກາງ່າຍຂຶ້ນ. ຜູ້ນຳອາເມລິກາຍັງຍື່ນຄຳຂາດໃຫ້ເມັກຊິກສົ່ງກັບຜູ້ເຂົ້າເມືອງເຫລົ່ານີ້ ບໍ່ສະນັ້ນອາເມລິກາຈະປິດຊາຍແດນຢ່າງຖາວອນ.

