ໂຄຣເອເຊຍ ຊະນະ ຝຣັ່ງ ຄວ້າແຊ້ມໂລກເທັນນິສທີມຊາຍ 2018

ການແຂ່ງຂັນເທັນນິສທີມຊາຍຊີງແຊ້ມໂລກ Davis Cup 2018 ຮອບຊີງຊະນະເລີດ ລະຫວ່າງ ຝຣັ່ງ ແຊ້ມເກົ່າ ທັງເປັນແຊ້ມ 10 ສະໄຫມ ພົບກັບ ໂຄຣເອເຊຍ ແຊ້ມປີ 2005 ແຂ່ງທີ່ສະໜາມຂອດດິນ ປີແອເມົາຣອຍ ໃນເມືອງລິນ ປະເທດຝຣັ່ງ ໃນທ້າຍອາທິດຜ່ານມາ ຜົນປາກົດວ່າ: ໂຄຣເອເຊຍ ເອົາຊະນະ ຝຣັ່ງເຈົ້າພາບ 3-1 ຄູ່, ມາຣິນ ຊີລິກ ມື 1 ຂອງໂຄຣເອເຊຍ ເກັບໄຊ 2 ນັດລວດ ຊະນະ ໂຈວິວເຟດ ຊ໋ອງກ້າ ແລະ ເຢເຣມີ້ ຊາຣດີ້ 3-0 ເຊັດ ບວກກັບ ບຣໍນ້າ ຄໍຣິກ ມື 2 ຂອງໂຄຣເອເຊຍ ເກັບໄຊ 1 ນັດ ເສຍພຽງປະເພດຄູ່ຊາຍ.

ໂຄຣເອເຊຍ ຄວ້າແຊ້ມເທັນນິສທີມຊາຍ Davis Cup ເປັນສະໄຫມທີ 2 ຕໍ່ຈາກປີ 2005 ມາຣິນ ຊີລິກ ມື 1 ຂອງໂຄຣເອເຊຍ ກ່າວວ່າ: ມັນບໍ່ແມ່ນເລື່ອງງ່າຍທີ່ພວກເຮົາຈະເປັນແຊ້ມ ສຳລັບພວກເຮົາມັນຄືຄວາມຝັນທີ່ເປັນຈິງ ເພື່ອປະເທດຊາດ ພວກເຮົາສຸດປະທັບໃຈທີ່ເຮັດໃຫ້ປະຊາຊົນໂຄຣເອຊຍມີຄວາມສຸກ.

Davis Cup ໃນປີ 2019 ເປັນຕົ້ນໄປຈະປ່ຽນຮູບແບບການແຂ່ງຂັນໃຫມ່ ໂດຍຮອບສຸດທ້າຍ ຫລື World Group ຈາກ 16 ທີມ ເປັນ 18 ທີມ, ທີມທີ່ສາມາດເຂົ້າຮອບຮອງຊະນະເລີດ ປີ 2018 ໄດ້ສິດຢືນລໍຖ້າໃນຮອບສຸດທ້າຍ ບວກກັບອີກ 2 ທີມທີ່ໄດ້ຮັບ Wild card ຫລື ສິດທິພິເສດເພາະເປັນແຊ້ມ 2 ຄັ້ງຫລ້າສຸດຕໍ່ຈາກຝຣັ່ງ ແລະ ໂຄຣເອເຊຍ 2015 ແລະ 2016. ສ່ວນອີກ 12 ທີມ ຕ້ອງຜ່ານການຄັດເລືອກເຂົ້າມາ.