ເປີດນຳໃຊ້ໂຄງການຊົນລະປະທານດົງຄວາຍ

ພິທີເປີດນຳໃຊ້ໂຄງການຊົນລະປະທານດົງຄວາຍ ແລະ ເປີດຂະບວນການຜະລິດລະດູແລ້ງ 2018-2019 ໄດ້ຈັດຂຶ້ນໃນວັນທີ 21 ພະຈິກນີ້ ທີ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ອະນຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອເປີດຂະບວນການຜະລິດລະດູແລ້ງ 2018-2019 ແລະ ທັງເປັນການພື້ນຟູການຜະລິດຫຼັງນ້ຳຖ້ວມໃຫ້ຄືນສູ່ສະພາບປົກກະຕິ.
ປັດຈຸບັນທົ່ວນະຄອນຫຼວງວຽງຈັນມີຊົນລະປະທານທັງໝົດ 85 ແຫ່ງ, ມອບໂອນໃຫ້ຊາວກະສິກອນເປັນຜູ້ຄຸ້ມຄອງນຳໃຊ້ແລ້ວ 51 ແຫ່ງ ໃນນີ້ມີອ່າງ ເກັບນ້ຳ, ຝາຍນໍ້າລົ້ນ 2 ແຫ່ງ ແລະ ຈັກສູບນ້ຳ. ລະດູແລ້ງປີນີ້ ນະຄອນຫລວງວຽງຈັນ ມີແຜນສະໜອງນ້ຳໃຫ້ແກ່ການຜະລິດຈໍານວນ 17.820 ເຮັກຕາ, ໃນນັ້ນເນື້ອທີ່ນາແຊງ 15.900 ເຮັກຕາ ແລະ ພືດຜັກອື່ນໆ 1.920 ເຮັກຕາ. ໂຄງການຊົນລະປະທານດົງຄວາຍແມ່ນການຊ່ວຍເຫຼືອລ້າຈາກໂຄງການພັດທະນາຊົນລະປະທານເຂດວຽງຈັນໃຕ້ຂອງທະນາຄານພັດ ທະນາອາຊີ (ADB) ປະກອບດ້ວຍເຄື່ອງຈັກສູບນ້ຳຊະນິດເທິງເຮຶອແພ ຂະໜາດ 75 ກິໂລວັດ ຈຳນວນ 4 ຊຸດ ສາມາດສະໜອງນ້ຳໃຫ້ເນື້ອທີ່ການຜະລິດໄດ້ 3.533 ເຮັກຕາ.

