ເລີ່ມສຶກສາຄວາມເປັນໄປໄດ້ໂຄງການພະລັງ ງານໄຟຟ້າແສງຕາເວັນເທິງຫນ້ານ້ຳງື່ມ 1

ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນເທິງໜ້ານ້ຳງື່ມ 1 ເຂດຈຸດສຸມບ້ານໂພນສະຫວາດ ເມືອງລ້ອງຊານ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນແລງວັນທີ 20 ພະຈິກນີ້ ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງ ງານ ແລະ ບໍ່ແຮ່, ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ກັບບໍລິສັດເອກະຊົນ ທ່ານ ລີຊັດ ປະທານບໍລິສັດ Hangzhou Safefound Technology Co.,Ltd (ຈີນ) ແລະ ທ່ານ ແສງທອງພະຈັນ ສີວົງໄຊ ອຳນວຍການບໍລິສັດ ລາວ ພີພີເອ ທີ່ປຶກສາບັນຊີ ແລະ ກວດສອບຈຳກັດ.
ບົດບັນທຶກລະບຸວ່າ: ພາຍໃນ 60 ວັນນັບແຕ່ນີ້ເປັນຕົ້ນໄປຜູ້ພັດທະນາຈະດຳເນີນແຜນການສຳຫລວດຄວາມເປັນໄປໄດ້, ທັງປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມທາງທຳມະຊາດ ແລະ ສັງຄົມ ໃຫ້ສໍາເລັດ ແລະ ຖ້າວ່າໂຄງການມີຄວາມເປັນໄປໄດ້ຕາມມາດຕະຖານເຕັກນິກໄຟຟ້າຂອງ ສປປ ລາວ, ລັດຖະບານ ຈຶ່ງຈະອະນຸຍາດໃຫ້ພັດທະນາ ແລະ ດຳເນີນຕາມໂຄງການຕໍ່ໄປ.
ທ່ານ ລີຊັດ ປະທານ ບໍລິສັດ Hangzhou Safefound Technology Co.,Ltd ອະທິບາຍວ່າ: “ພະລັງງານໄຟຟ້າແສງຕາເວັນ ເປັນພະລັງງານສະອາດ ທີ່ມີຄຸນປະໂຫຍດມະຫາສານ ເຊິ່ງຈຸດເດັ່ນຂອງໂຄງການແມ່ນປະຢັດເນື້ອທີ່ ເພາະສ້າງຢູ່ເທິງໜ້ານ້ຳ ບໍ່ກວມເອົາເນື້ອທີ່ດິນສະເພາະ; ສາມາດຍົກລະດັບປະລິມານການຜະລິດກະແສໄຟຟ້າ ເພາະຈາກການວິເຄາະ ໂຮງງານທີ່ຜະລິດໄຟຟ້າເທິງໜ້ານ້ຳຈະມີປະລິມານການຜະລິດໄຟຟ້າເພີ່ມຂຶ້ນ 10%; ເຮັດໃຫ້ນ້ຳໃສສະອາດ; ນຳໃຊ້ ແລະ ຮັກສາງ່າຍ; ຊ່ວຍສະສົມພະລັງ ງານຂອງພະລັງງານນ້ຳ; ຊຸດລະບົບພະລັງງານແສງຕາເວັນທີ່ຕິດຕັ້ງເທິງໜ້ານ້ຳນັ້ນສາມາດເກັບກູ້ຄືນ ແລະ ຮັກສາສິ່ງແວດລ້ອມ; ສ່ວນດ້ານການທ່ອງທ່ຽວແລ້ວ ເທິງໜ້ານ້ຳທີ່ມີເນື້ອທີ່ກວ້າງໃຫຍ່ປົກຄຸມດ້ວຍລະບົບແຜງພະລັງງານແສງ ຕາເວັນ, ກາຍເປັນທິວທັດທີ່ມີເອກະລັກສະເພາະ ແລະ ມີຄວາມໂດດເດັ່ນຂອງເຂດດັ່ງກ່າວ ເປັນຈຸດດຶງດູດນັກທ່ອງທ່ຽວທີ່ມາຢ້ຽມຢາມ ພິເສດແມ່ນສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ຢ່າງຫລວງຫລາຍ”.

