ແມນຊິຕີ້ ພ້ອມທຸບສະຖິຕິສະໂມສອນຄວ້າ ເດິຍອງ ຮ່ວມທີມ

ແມນເຊັສເຕີ ຊິຕີ້ ພ້ອມທຸບສະຖິຕິສະໂມສອນຄວ້າ ເຟຣງກີ້ ເດິຍອງ ມິດຟິລ ອາແຈັກ ອຳສະເຕີດຳ ຊ່ວງປີໃໝ່ນີ້ ແຕ່ຄາດວ່າຕ້ອງຍາດກັບ ບາເຊໂລນາ ທີ່ຢາກໄດ້ສະຕາທີມຊາດຮອລແລນໄປຮ່ວມທີມເຊັ່ນກັນ.
ແມນເຊັສເຕີ ຊິຕີ້ ສະໂມສອນມະຫາເສດຖີແຫ່ງ ພຣີເມຍລີກ ຕົກເປັນຂ່າວວ່າພ້ອມຈະທຸບສະຖິຕິ ເພື່ອເຊັນສັນຍາຄວ້າ ເຟຣງກີ້ ເດິ ຍອງ ເພລເມກເກີຄົນເກັ່ງ ອາແຈັກ ອຳສະເຕີດຳ ສະໂມສອນຍັກໃຫຍ່ແຫ່ງ ເອເຣດິວິຊີ ມາຮ່ວມທີມໃນຊ່ວງເປີດຕະຫລາດຊື້-ຂາຍນັກເຕະເດືອນມັງກອນນີ້.
ມີລາຍງານວ່າ: ແມນເຊັສເຕີ ຊິຕີ້ ທີ່ໃຫ້ຄວາມສົນໃຈ ເດິ ຍອງ ມາດົນແລ້ວ ກຽມຈະຈ່າຍເງິນ 75 ລ້ານປອນ ທີ່ເປັນສະຖິຕິສູງສຸດຂອງສະໂມສອນ ເພື່ອຄວ້າດາວທີມຊາດຮອລແລນມາຮ່ວມທີມໃນຊ່ວງປີໃໝ່ນີ້.
ແມນເຊັສເຕີ ຊິຕີ້ ວາງ ເດິ ຍອງ ເອົາໄວ້ເປັນເປົ້າໝາຍຫລັງ ຫລັງຈາກທີ່ພາດຄວ້າ ຈໍຈິນໂຢ ເຊິ່ງຕັດສິນໃຈຍ້າຍຈາກ ນາໂປລີ ໄປຮ່ວມທີມ ເຊລຊີ ໃນຊຳເມີ້ຜ່ານມາ ແລະ ຮູ້ວ່ານັກເຕະໄວ 21 ປີ ສາມາດເປັນຕົວແທນໄລຍະຍາວຂອງ ແຟຣນັນດິນໂຢ ໄດ້.
ເຖິງຢ່າງໃດກໍຕາມ, ຍອດທີມແຫ່ງຖິ່ນເອຕິຮັດ ສະເຕດ້ຽມ ຕ້ອງພົບກັບຄູ່ແຂ່ງ ເມື່ອ ບາເຊໂລນາ ສະໂມສອນຍັກໃຫຍ່ແຫ່ງ ລາ ລີກາ ສະເປນ ສົນໃຈຈະຄວ້າ ເດິ ຍອງ ເຊັ່ນກັນ ແລະ ພວກເຂົາພ້ອມຈະຍື່ນຂໍ້ສະເໜີໃຫ້ນັກເຕະ ບໍ່ວ່າ ແມນເຊັສເຕີ ຊິຕີ້ ຍິນດີຈ່າຍເງິນເທົ່າໃດກໍຕາມ.
ເຖິງວ່າ ອາແຈັກ ບໍ່ຢາກຈະເສຍ ເດິ ຍອງ ໄປໃນຊ່ວງເດືອນມັງກອນນີ້ ແຕ່ກໍບໍ່ອາດຂັດຂວາງຄວາມຕ້ອງການຂອງ ແມນເຊັສເຕີ ຊິຕີ້ ໃນການຄວ້າດາວເຕະເທີມຊາດຮອລແລນໄດ້.

