ທ່ານ ທຣຳ ເດີນໜ້າສ້າງການ ພົວພັນກັບ ອາຣັບບີ ຊາອຸດິດ

ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ປະກາດເດີນໜ້າສະໜັບສະໜູນລັດຖະບານ ອາຣັບບີ ຊາອຸດິດ ບໍ່ຍົກເລີກ ຫລື ຫລຸດການຂາຍອາວຸດໃຫ້, ອີກທັງຈະບໍ່ລົງໂທດມົງກຸດຣາຊະກຸມານ ໂມຮຳເໝັດ ບິນ ຊັລມານ ເຖິງວ່າໜ່ວຍງານຂ່າວລັບອາເມລິກາ (CIA) ຈະບົ່ງຊີ້ວ່າ: ທ່ານເປັນຜູ້ສັ່ງສັງຫານທ່ານ ຈາມາລ ຄາຊ໊ອກກີ ນັກຂ່າວອິດສະລະຊາວອາຣັບບີ ຊາອຸດິດ ສັງກັດວໍຊິງຕັນໂພສ ໃນວັນທີ 2 ຕຸລາຜ່ານມາ.
ຜູ້ນຳອາເມລິກາ ກ່າວວ່າ: ການສັງຫານທ່ານ ຄາຊ໊ອກກີ ເປັນອາຊະຍາກຳສະຫຍອງຂວັນ, ແຕ່ອາເມລິກາຈະເດີນໜ້າສ້າງການພົວພັນກັບ ອາຣັບບີ ຊາອຸດິດ ຕໍ່ໄປ ລວມທັງຍັງຂາຍອາວຸດໃຫ້ ອາຣັບບີ ຊາອຸດິດ ຕໍ່ ເພາະບໍ່ຢາກໃຫ້ຜົນປະໂຫຍດໄປຕົກຢູ່ກັບຈີນ ແລະ ຣັດເຊຍ.
ນອກຈາກນີ້, ຖ້າອາເມລິກາຕັດສິນໃຈຜິດພາດໃນເລື່ອງ ອາຣັບບີ ຊາອຸດິດ, ລາຄານ້ຳມັນໃນຕະຫລາດໂລກຈະເພີ່ມຂຶ້ນ, ທົ່ວໂລກຈະເດືອດຮ້ອນ. ນອກຈາກນີ້ ອາເມລິກາຍັງຕ້ອງອາໄສ ອາຣັບບີ ຊາອຸດິດ ສ້າງສົມດູນໃນການຜະເຊີນກັບອີຣານ.

