ເປີດນຳໃຊ້ຕະຫລາດ ແລະ ຄິວລົດບ້ານພູໂຮມໄຊໂດຍການຊ່ວຍເຫລືອຂອງເຂື່ອນໄຟຟ້ານ້ຳງຽບ 1

ໃນວັນທີ 15 ພະຈິກ 2018 ທີ່ບ້ານພູໂຮມໄຊ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດການນຳໃຊ້ອາຄານຕະຫລາດ ແລະ ຄິວລົດຂອງບ້ານຂຶ້ນຢ່າງເປັນທາງການ ເຊິ່ງເປັນໜຶ່ງໃນແຜນພັດທະນາພື້ນຖານໂຄງລ່າງ ແລະ ສາທາລະນະປະໂຫຍດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້ານ້ຳງຽບ 1 ໄດ້ມີບ່ອນຊື້-ຂາຍຜົນຜະລິດ ທັງເປັນການຊຸກຍູ້ສົ່ງເສີມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ.

ການກໍ່ສ້າງອາຄານຕະຫລາດ ແລະ ຄິວລົດ ບ້ານພູໂຮມໄຊ ເປັນໜຶ່ງໃນແຜນການຍົກລະດັບພື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນທີ່ຍົກຍ້າຍມາຈາກບ້ານຫາດຊາຍຄຳ ເມືອງບໍລິຄັນ, ບ້ານຫ້ວຍປາມ້ອມ, ສົບພວນ, ນ້ຳຢວກ ແລະ ບ້ານໜອງ ເມືອງຮົ່ມ ແຂວງໄຊສົມບູນ ທີ່ໄດ້ຮັບຜົນກະທົບຈາກການສ້າງເຂື່ອນໄຟຟ້ານ້ຳງຽບ 1. ປັດຈຸບັນ ບ້ານພູໂຮມໄຊມີ 83 ຄອບຄົວ, ມີປະຊາກອນ 530 ຄົນ ຍິງ 264 ຄົນ. ຕະຫລາດ ແລະ ຄິວລົດແມ່ນໄດ້ເລີ່ມກໍ່ສ້າງຕົ້ນເດືອນພະຈິກ 2017 ຈົນມາຮອດທ້າຍເດືອນມັງກອນ 2018 ແມ່ນສຳເລັດສົມບູນ, ໃນນັ້ນ ປະກອບດ້ວຍຕົວອາຄານຕະຫລາດຂະໜາດ 16×20 ແມັດ, ອາຄານຄິວລົດມີຂະໜາດ 16×6 ແມັດ, ຫ້ອງນ້ຳ 2 ຫລັງ ແລະ ເຮືອນບ່ອນເກັບຂີ້ເຫຍື້ອ 1 ຫລັງ ໃນພື້ນທີ່ທັງໝົດ 7.000 ຕາແມັດ ພ້ອມທັງຕິດຕັ້ງລະບົບໄຟຟ້າ ແລະ ນ້ຳໃຊ້ຄົບຊຸດ ລວມມູນຄ່າການກໍ່ສ້າງທັງໝົດ 864 ລ້ານກີບ. ນອກຈາກນັ້ນ ໃນພິທີຍັງໄດ້ມີການມອບອຸປະກອນການສຶກສາໃຫ້ນັກຮຽນ 6 ນ້ອງ ຈາກຄອບຄົວດ້ອຍໂອກາດ, ໃນນັ້ນ ມີຊຸດນັກຮຽນ 12 ຊຸດ, ເກີບ 12 ຄູ່, ຖົງປຶ້ມ 6 ໜ່ວຍ ແລະ ອຸປະກອນການສຶກສາ 24 ຊຸດ.

