ລັດຖະບານເອົາໃຈໃສ່ແກ້ໄຂສິ່ງທ່ວງດຶງການພັດທະນາປະເທດ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກນີ້ວ່າ: ຕະຫລອດໄລຍະ 2 ປີກວ່າມານີ້, ລັດຖະບານໄດ້ເອົາໃຈໃສ່ຜັນຂະຫຍາຍນະໂຍບາຍ, ມະຕິຂອງພັກ ແລະ ສະພາແຫ່ງຊາດກຳນົດອອກ ເພື່ອຮັບປະກັນໃຫ້ການພັດທະນາເສດຖະກິດ-ສັງຄົມບັນລຸຄາດໝາຍກຳນົດໄວ້. ອັນສຳຄັນແມ່ນລັດຖະບານໄດ້ເລັ່ງແກ້ໄຂບັນດາສິ່ງກີດຂວາງຖ່ວງດຶງການພັດທະນາປະເທດໃຫ້ຄ່ອຍໆໝົດໄປ, ເປັນຕົ້ນການປັບປຸງຊັບຊ້ອນກົງຈັກລັດຖະບານໃຫ້ກະທັດລັດຮັດກຸມ, ປະຢັດງົບປະມານ, ຫລຸດຜ່ອນພາລະບົດບາດທັບຊ້ອນ, ໄດ້ກວດກາ ແລະ ອັດຊ່ອງຫວ່າງການຮົ່ວໄຫລຂອງງົບປະມານ ໂດຍການຢຸດຕິການຍົກເວັ້ນພາສີ-ອາກອນນຳເຂົ້າພາຫະນະ, ນ້ຳມັນເຊື້ອໄຟ, ວັດສະດຸກໍ່ສ້າງ, ສິນຄ້າຟຸມເຟືອຍ, ຢຸດຕິການຕັດໄມ້ທຳລາຍປ່າ, ຢຸດຕິການສົ່ງອອກໄມ້ທ່ອນ, ຈຳກັດການສົ່ງວັດຖຸດິບອອກຕ່າງປະເທດໂດຍບໍ່ໄດ້ປຸງແຕ່ງ, ກວດຄືນບັນດາລັດວິສາຫະກິດທີ່ຂາດທຶນ, ກວດຄືນການລົງທຶນໃນຂະແໜງພະລັງງານ-ບໍ່ແຮ່ທີ່ບໍ່ມີປະສິດທິຜົນ ແລະ ບໍ່ປະຕິບັດຕາມສັນຍາ ເຊິ່ງມາຮອດປັດຈຸບັນ ລັດຖະບານໄດ້ຍົກເລີກໄປຫລາຍໂຄງການທີ່ລະເມີດ, ໄດ້ເຂັ້ມງວດຕໍ່ວິໄນແຜນການ-ການເງິນ ໂດຍໄດ້ມີມາດຕະການຫ້າມ ແລະ ສະກັດກັ້ນບໍ່ໃຫ້ມີໂຄງການນອກແຜນ ເຊິ່ງມາຮອດປັດຈຸບັນ ບັນດາໂຄງການນອກແຜນທີ່ອະນຸຍາດໃນຜ່ານມາແມ່ນຖືກຍົກເລີກໝົດແລ້ວ, ລັດຖະບານໄດ້ຢຸດຕິການປ່ອຍເງິນກູ້ ແລະ ຄ້ຳປະກັນໃຫ້ແກ່ພາກທຸລະກິດລັດ ແລະ ເອກະຊົນທີ່ເຕັມໄປດ້ວຍຄວາມສ່ຽງນັ້ນເດັດຂາດ ແລະ ກຳລັງສ້າງແຜນເກັບກູ້ເງິນດັ່ງກ່າວຄືນສູ່ລະບົບ.
ທ່ານນາຍົກ ກ່າວວ່າ: ໂດຍລວມແລ້ວ ນັບແຕ່ລັດຖະບານຊຸດທີ 8 ໄດ້ມາບໍລິຫານປະເທດ ແມ່ນໄດ້ສຸມໃສ່ຫັນການເຄື່ອນໄຫວຂອງລັດ ແລະ ສັງຄົມເຂົ້າສູ່ລະບຽບກົດໝາຍ, ເດັດດ່ຽວແກ້ໄຂການລະເມີດກົດໝາຍ, ປ້ອງກັນໄດ້ຄວາມສ່ຽງທີ່ຈະຕົກເຂົ້າສູ່ບັນຫາສັບສົນຫຍຸ້ງຍາກຮ້າຍແຮງຕ່າງໆ.

