ທ່ານ ສີຈິ້ນຜິງ ຢ້ຽມຢາມຟີລິບປິນຢ່າງເປັນທາງການ

ປະທານປະເທດ ສີຈິ້ນຜິງ ຢ້ຽມຢາມຟີລິບປິນຢ່າງເປັນທາງການຄັ້ງທຳອິດໃນຖານະຜູ້ນຳຈີນ, ໃນຂະນະທີ່ລັດຖະບານຊຸດປັດຈຸບັນຕ້ອງການ “ປັບສົມດູນ” ການພົວພັນກັບສອງມະຫາອຳນາດຈາກຕາເວັນຕົກ ແລະ ຕາເວັນອອກ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານປະທານ ສີຈິ້ນຜິງ ເດີນທາງເຖິງສະໜາມບິນສາກົນນິນອຍ ອາຄີໂນ ໃນວັນທີ 20 ພະຈິກນີ້ ເພື່ອປະຕິບັດພາລະກິດຢ້ຽມຢາມຟີລິບປິນຢ່າງເປັນທາງການ 2 ວັນ ເຊິ່ງຈະຖືເປັນການຢ້ຽມຢາມຄັ້ງທຳອິດຂອງທ່ານ ສີຈິ້ນຜິງ ໃນຖານະປະທານປະເທດຈີນ ແລະ ເປັນການເຄື່ອນໄຫວເຊິ່ງເກີດຂຶ້ນປະມານ 2 ປີ ຫລັງການຮັບຕຳແໜ່ງຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ ເຊິ່ງປະກາດພ້ອມ “ປັບປັບການພົວພັນ” ກັບລັດຖະບານປັກກິ່ງ ທີ່ຫ່າງເຫີນກັນໄປຫລາຍປີ.
ຜູ້ນຳຟີລິບປິນກ່າວລະຫວ່າງໃຫ້ສຳພາດສະຖານີໂທລະພາບຈີນ (CGTV) ໃນວັນທີ 7 ພະຈິກ ກ່ອນໜ້າປະທານປະເທດຈີນມາຢ້ຽມຢາມວ່າ: ຜ່ານມາ ການພົວພັນລະຫວ່າງຈີນກັບຟີລິບປິນຫ່າງເຫີນ ເນື່ອງຈາກຟີລິບປິບມີນະໂຍບາຍໃກ້ຊິດທາງການເມືອງ ແລະ ເສດຖະກິດກັບອາເມລິກາມາຕະຫລອດ ແລະ ກ່າວວ່າ: ປັດຈຸບັນ ຟີລິບປິນ-ຈີນ ໄດ້ປັບປຸງການພົວພັນກັນໃໝ່ໃນລະດັບປົກກະຕິແລ້ວ ໂດຍຈະມີການລົງນາມໃນຂໍ້ຕົກລົງທາງການຄ້າຫລາຍສະບັບເປັນຄັ້ງທຳອິດ ແລະ ຈີນໃຫ້ຄຳໝັ້ນຈະຊ່ວຍສະໜັບສະໜູນອຸດສາຫະກຳຂອງຟີລິບປິນນຳອີກ. ປະທານາທິບໍດີ ດູເຕີເຕ ກ່າວຄາດວ່າ: ການຍົກລະດັບການພົວພັນກັບຈີນຈະຊ່ວຍໃຫ້ການຕິດຕໍ່ລະຫວ່າງປະຊາຊົນດີຂຶ້ນ ທັງການຫລຸດຜ່ອນລະບຽບວີຊາໃຫ້ຊາວຟີລິບປິນ ແລະ ການຈ້າງວຽກຊາວຟີລິບປິນ ໂດຍເປັນໄປຕາມຫລັກຜົນປະໂຫຍດແຫ່ງຊາດ.

