ນາຍົກລັດຖະມົນຕີກຳປູເຈຍປະກາດ ບໍ່ໃຫ້ຕ່າງປະເທດເຂົ້າມາຕັ້ງຖານທັບ

ນາຍົກລັດຖະມົນຕີ ຮຸນເຊນ ປະກາດວ່າ: ຈະບໍ່ມີທາງໃຫ້ “ຕ່າງປະເທດ” ໃຊ້ພື້ນທີ່ແຫ່ງໃດກໍຕາມໃນກຳປູເຈຍ ເພື່ອກໍ່ສ້າງເປັນຖານທັບຢ່າງເດັດຂາດ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ກ່າວໃນວັນທີ 19 ພະຈິກວ່າ: ລັດຖະບານຂອງທ່ານຈະບໍ່ມີທາງລະເມີດລັດຖະທຳມະນູນ ດ້ວຍການອະນຸຍາດໃຫ້ “ກອງທັບຕ່າງປະເທດ” ໃຊ້ດິນແດນສ່ວນໃດສ່ວນໜຶ່ງຂອງກຳປູເຈຍ ເພື່ອສ້າງເປັນຖານທັບ ແລະ ກຳປູເຈຍມີບົດຮຽນເລື່ອງນີ້ພຽງພໍແລ້ວຈາກປະຫວັດສາດຜ່ານມາ. ຂະນະດຽວກັນ ລັດຖະບານພະນົມເປັນຈະບໍ່ມີທາງອະນຸຍາດໃຫ້ປະເທດໃດກໍຕາມໃຊ້ສະຖານີໃນກຳປູເຈຍເປັນແຫລ່ງຜະລິດ ແລະ ທົດລອງອາວຸດນຳອີກ.
ຄຳຖະແຫລງດັ່ງກ່າວຂອງທ່ານ ຮຸນເຊນ ຖືເປັນການປະຕິເສດລາຍງານຂອງ “ດິ ເອເຊຍ ທາມ” ເຊິ່ງລາຍງານໃນທ້າຍອາທິດຜ່ານມາ ໂດຍອ້າງແຫລ່ງຂ່າວວ່າ: ລັດຖະບານປັກກິ່ງວາງແຜນແຕ່ປີຜ່ານມາ ໃນການເຈລະຈາຂໍເຊົ່າພື້ນທີ່ບາງສ່ວນແຄມຝັ່ງຂອງແຂວງເກາະກົງ ຢູ່ທາງຕາເວັນຕົກສຽງໃຕ້ຂອງກຳປູເຈຍ ເພື່ອກໍ່ສ້າງເປັນຖານທັບເຮືອ.
ທັງນີ້, ຍັງບໍ່ມີຝ່າຍໃດຍອມເປີດເຜີຍຄວາມຄືບໜ້າຂອງໂຄງການດັ່ງກ່າວ ເຊິ່ງມີມູນຄ່າປະມານ 3.800 ລ້ານໂດລາສະຫະລັດ ແລະ ຢູດີຈີລົງທຶນໄປແລ້ວປະມານ 45 ລ້ານໂດລາສະຫະລັດ ໃນການກໍ່ສ້າງທ່າເຮືອ ທີ່ລັດຖະບານກຳປູເຈຍກ່າວພຽງວ່າສາມາດຮອງຮັບເຮືອບັນທຸກສິນຄ້າ 20.000 ໂຕນໄດ້ປະມານ 4 ລຳ.

