ພຣີເມຍລີກ ອັງກິດ ຈະໃຊ້ເຕັກໂນໂລຊີ VAR ເລີ່ມລະດູການໜ້າເປັນຕົ້ນໄປ

ຫລັງຈາກມີການຖົກຖຽງກັນກັບຫລາຍເຫດການທີ່ເກີດຂຶ້ນແບບຄ້ານສາຍຕາແຟນບານ ໃນການແຂ່ງຂັນເຕະບານ ພຣີເມຍລີກ ອັງກິດ ຫລາຍລະດູການຜ່ານມາ ໂດຍສະເພາະການໃຫ້ຈຸດໂທດ, ການລໍ້າໜ້າ, ການໃຫ້ບານໄຫມ (Foul), ການປະທະກັນຂອງນັກກິລາ ແລະ ອື່ນໆ ເຮັດໃຫ້ຝ່າຍຈັດການແຂ່ງຂັນຕ້ອງໄດ້ຄົ້ນຄວ້າ, ພິຈາລະນາ, ປຶກສາກັບສະໂມສອນຕ່າງໆໃນພຣີເມຍລີກ ອັງກິດ ເພື່ອນຳໃຊ້ເຕັກໂນໂລຊີ VAR (Video Assistant Referees) ເປັນການເບິ່ງຄືນວິດີໂອເຫດການທີ່ສົງໄສຊ່ວຍຜູ້ຕັດສິນ.
ຫລ້າສຸດທຸກສະໂມສອນໄດ້ຕົກລົງເຫັນດີເປັນເອກະສັນໃຫ້ໃຊ້ VAR ຈະເລີ່ມໃຊ້ລະດູການໜ້າເປັນຕົ້ນໄປ. ພຣີເມຍລີກ ຈະເປັນ 4 ໃນ 5 ລີກຊັ້ນນຳຂອງເອີຣົບທີ່ໃຊ້ເຕັກໂນໂລຊີ VAR ຕໍ່ຈາກ ບຸນເດັສລີກາ ເຢຍລະມັນ, ລາລີກາ ສະເປນ ແລະ ເຊຣີອາ ອີຕາລີ, ສ່ວນລີກເອິງຝຣັ່ງກໍຈະນຳໃຊ້ໃນລະດູການໜ້າເໝືອນກັບ ພຣີເມຍລີກ ອັງກິດ.
ເຕັກໂນໂລຊີ VAR ເລີ່ມເອົາມານຳໃຊ້ໃນວົງການເຕະບານອັງກິດ ໃນລາຍການລີກຄັບ ຫລື Carabao Cup ລະດູການນີ້ ແລະ ໃຊ້ບາງນັດໃນລາຍການ FA Cup, ຜ່ານມາໄດ້ຜົນດີສົມຄວນໃນການແຂ່ງຂັນຊີງແຊ້ມສະໂມສອນໂລກ 2017 ແລະ ບານໂລກ 2018, ສ່ວນ ຢູຟາ ແຊມປ້ຽນລີກ ຈະເລີ່ມໃຊ້ໃນລະດູການໜ້າ.
ສຳລັບ ເຕັກໂນໂລຊີ ທີ່ທັນສະໄຫມນຳມາໃຊ້ໃນພຣີເມຍລີກ ອັງກິດ ຊ່ວຍກຳມະການຕັດສິນມີ Goal Line ຊ່ວຍໃນການບອກວ່າບານຂ້າມເສັ້ນກາງປະຕູ ຫລື ບໍ ໂດຍໃຊ້ມາແຕ່ລະດູການ 2013-14 ແລະ ເຕັກໂນໂລຊີການສື່ສານກັນລະຫວ່າງຜູ້ຕັດສິນກາງສະໜາມ ແລະ ຜູ້ຊ່ວຍ.

