ງານສະເຫລີມສະຫລອງເມືອງວຽງໄຊ 50 ປີຈະມີຜູ້ເຂົ້າຮ່ວມປະມານ 6.000 ຄົນ

ຄະນະກຳມະການຮັບຜິດຊອບງານສະເຫລີມສະຫລອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ເປີດເຜີຍໃຫ້ຮູ້ວ່າ: ງານສະເຫລີມສະຫລອງໃຫຍ່ດັ່ງກ່າວຈະຈັດຂຶ້ນໃນລະຫວ່າງວັນທີ 27-30 ພະຈິກນີ້, ຄາດວ່າຈະມີຄະນະຜູ້ແທນລະດັບສູງ ແລະ ມວນຊົນເຂົ້າຮ່ວມປະມານ 6.000 ຄົນ ເຊິ່ງສະເພາະຂະບວນຄາລາວານໃຫຍ່ຈາກສູນກາງທີ່ຈະເດີນທາງມາຮ່ວມງານໃນວັນດັ່ງກ່າວກໍຈະມີຫລາຍເຖິງ 700 ກວ່າຄົນແລ້ວ.
ທ່ານເຈົ້າແຂວງຫົວພັນ ເວົ້າວ່າ: ບັນຫາເປັນຫ່ວງທີ່ສຸດແມ່ນບ່ອນພັກເຊົ່າຂອງຜູ້ເຂົ້າມາຮ່ວມງານດັ່ງກ່າວ ເຊິ່ງສະເພາະໂຮງແຮມ ແລະ ເຮືອນພັກຕ່າງໃນກະໂຕເມືອງວຽງໄຊເອງກໍສາມາດຮອງຮັບໄດ້ພຽງປະມານ 150 ຄົນ, ສ່ວນຢູ່ເມືອງຊຳເໜືອກໍຈະຮອງຮັບໄດ້ພຽງປະມານ 500 ກວ່າຄົນເທົ່ານັ້ນ. ດັ່ງນັ້ນ ໃນປັດຈຸບັນ ແຂວງໄດ້ຮີບຮ້ອນຈັດສັນບ່ອນພັກເຊົ່າຕ່າງໆໃນບ່ອນທີ່ມີເງື່ອນໄຂເຊັ່ນ: ໂຮງຮຽນ, ຫ້ອງການສຳນັກງານອົງການຕ່າງໆ ແລະ ເຮືອນຂອງປະຊາຊົນໃນຮູບແບບໂຮມສະເຕຕື່ມອີກ, ພ້ອມໄດ້ເອົາໃຈໃສ່ເຮັດວຽກງານອົບຮົມ ເພື່ອຍົກລະດັບໃຫ້ແກ່ຜູ້ປະກອບການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານຕ່າງໆໃນການບໍລິການທີ່ດີ, ການຮັກສາອະນາໄມ ແລະ ຄວາມສະອາດຂອງການປຸງແຕ່ງອາຫານໃຫ້ມີຄວາມປອດໄພ ໂດຍສ່ວນໃຫຍ່ຈະເລັ່ງອາຫານທີ່ເປັນເອກະລັກຂອງທ້ອງຖິ່ນ ແລະ ນຳໃຊ້ວັດຖຸດິບຂອງທ້ອງຖິ່ນ ເພື່ອປາສະຈາກສານພິດ ແລະ ພ້ອມນີ້ກໍໄດ້ເຂັ້ມງວດບໍ່ໃຫ້ຜູ້ປະກອບການດັ່ງກ່າວສວຍໂອກາດຂຶ້ນລາຄາສິນຄ້າ, ອາຫານ ແລະ ການບໍລິການຕ່າງໆຢ່າງເດັດຂາດ ເພື່ອສ້າງສິ່ງປະທັບໃຈໃຫ້ຜູ້ມາສຳຜັດກັບເຂດທີ່ໝັ້ນຂອງການປະຕິວັດນີ້.
