ບຸນນະມັດສະການພະທາດຫລວງປີນີ້ເນັ້ນຮັກສາຄວາມສະຫງົບຮຽບຮ້ອຍ

ໃນວັນທີ 12 ພະຈິກນີ້, ກອງບັນຊາການ ປກສ ນະຄອນຫລວງວຽງຈັນໄດ້ຈັດກອງປະຊຸມວາງແຜນບັນຈຸກໍາລັງລົງປ້ອງກັນງານບຸນນະມັດສະການພຣະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າທີ່ສູນການຄ້າລາວ-ໄອເຕັກ ລະຫວ່າງວັນທີ 16-25 ພະຈິກ 2018 ເພື່ອເຮັດໃຫ້ງານດໍາເນີນໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ເຮັດໃຫ້ຜູ້ທີ່ມາທ່ຽວ ກໍຄືນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະຫງົບປອດໄພ 100%.
ທ່ານພັນໂທ ບຸນຖົມ ແກ້ວມະນີວົງ ຫົວໜ້າຫ້ອງການກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ, ກໍາລັງເຈົ້າໜ້າທີ່ພວມເລັ່ງວາງແຜນຢ່າງລະອຽດໃນການຈັດວາງກໍາລັງລົງປະຈໍາຢູ່ຈຸດຕ່າງໆ, ທັງວົງນອກ, ວົງໃນ, ປະຕູ, ບັນດາວັດ, ເສັ້ນທາງ, ຕຶກອາຄານ, ດ່ານປະເພນີ ແລະ ສະຖານທີ່ສໍາຄັນອື່ນໆຢ່າງໜາແໜ້ນ ເພື່ອຮັບປະກັນໃຫ້ຜູ້ທີ່ມາທ່ຽວຊົມງານບຸນປີນີ້ມີຄວາມສະຫງົບປອດໄພ 100% ແລະ ໄດ້ວາງຂໍ້ຫ້າມຕ່າງໆຄື: ຫ້າມຂາຍ ຫລື ນຳເອົາອາວຸດທຸກປະເພດເຂົ້າໄປໃນງານບຸນໂດຍເດັດຂາດ, ຫ້າມຂາຍ ແລະ ນຳເອົາຢາເສບຕິດ, ທາດແຕກ, ທາດເບື່ອ, ສານເຄມີ ທີ່ອອກລິດຕໍ່ລະບົບປະສາດທຸກຊະນິດເຂົ້າໄປໃນງານຢ່າງເດັດຂາດ, ຫ້າມດື່ມສິ່ງມືນເມົາ ແລ້ວກໍ່ອາລະວາດຕີກັນສ້າງຄວາມບໍ່ສະຫງົບໃນງານບຸນ, ຫ້າມນຳໃຊ້ໂດຼນ ຫລື ອຸປະກອນຖ່າຍພາບທາງອາກາດ, ຍົກເວັ້ນແຕ່ທາງການອະນຸຍາດໃຫ້ພາກສ່ວນກ່ຽວຂ້ອງເທົ່ານັ້ນ.
ໃນໂອກາດນີ້, ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ເຂັ້ມງວດ, ໂດຍສະເພາະແມ່ນການເຕົ້າໂຮມຄວາມສາມັກຄີປຸກລະດົມກໍາລັງແຮງສັງລວມຂອງທົ່ວປວງຊົນລາວເຂົ້າຮ່ວມໃນການປ້ອງກັນ ແລະ ເປັນເຈົ້າການໃນການບຸກໂຈມຕີສັດຕູແຕ່ຫົວທີ, ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ອາດເກີດຂຶ້ນພາຍໃນທຸກຮູບແບບເປັນຕົ້ນແມ່ນ: ບັນຫາການປຸ້ນຈີ້-ຊິງຊັບ, ລັກຊັບ, ງັດແງະ, ແຫກກະເປົາ, ບັນຫາຢາເສບຕິດ, ທາດແຕກ, ອາວຸດເສິກ, ເຄມີ ແລະ ອື່ນໆ ທີ່ເປັນການກໍ່ໃຫ້ເກີດຄວາມບໍ່ສະຫງົບໃນສັງຄົມ.

