AFC ເຕືອນອີຣານອາດຖືກຫ້າມ ຖ້າລັດຖະບານແຊກແຊງກິລາບານເຕະ

ສະມາພັນບານເຕະແຫ່ງອາຊີ (AFC) ຖະແຫລງເຕືອນອີຣານອາດຖືກໂທດຫ້າມກ່ອນການແຂ່ງຂັນບານເຕະເອຊີ ຄັບ ເດືອນມັງກອນນີ້ ຖ້າລັດຖະບານແຊກແຊງສະມາຄົມບານເຕະອີຣານ.
ຖະແຫລງການດັ່ງກ່າວມີຂຶ້ນພາຍຫລັງສະພາອີຣານຜ່ານຮ່າງກົດໝາຍຫ້າມການຕິດຕໍ່ ແລະ ຈ້າງໜ່ວຍງານໃນສະມາຄົມບານເຕະເຂົ້າເຮັດວຽກໃນໜ່ວຍງານລັດຖະການ, ກິດຈະການ ແລະ ສະຖາບັນທີ່ໄດ້ເງິນທຶນສະໜັບສະໜູນຂອງລັດ. ສື່ທ້ອງຖິ່ນລາຍງານວ່າ: ກົດໝາຍດັ່ງກ່າວມຸ່ງເປົ້າໝາຍໃສ່ທ່ານ ມາດີ້ ທັດ ປະທານສະມາຄົມບານເຕະອີຣານ ລວມທັງຄະນະຈຳນວນໜຶ່ງ. ຖະແຫລງການ AFC ລະບຸວ່າ: ສະມາຊິກສະມາຄົມບານເຕະທັງໝົດຈະຕ້ອງປະຕິບັດຕາມໜ້າທີ່ຢ່າງສົມບູນ ໂດຍບໍ່ມີການແຊກແຊງຈາກການເມືອງ ແລະ ການແຊກແຊງວົງການບານເຕະຈະຖືກໂທດຫ້າມທັນທີ ໃນໄລຍະທີ່ຈະເຂົ້າສູ່ການແຂ່ງຂັນ ເອເອັຟຊີ ອາຊຽນ ຄັບ ຢູເອອີ 2019 ໃນອີກ 2 ເດືອນຕໍ່ໜ້າ.

