ຮອງປະທານ ໂມນາໂກ ຢືນຢັນເອງ ຍັງບໍ່ປົດ ອອງຣີ ຈາກຜູ້ຈັດການທີມຕອນນີ້

ວາດິມ ວາຊິລເຢຟ ຮອງປະທານ ໂມນາໂກ ລະບຸເອງ ເທຍຣີ ອອງຣີ ຍັງບໍ່ຖືກປົດໃນໄວໆນີ້ ພ້ອມກ່າວວ່າ ຕອນນີ້ທີມພົບບັນຫາເລື່ອງອາການບາດເຈັບໜັກທີ່ສຸດ.
ວາດິມ ວາຊິລເຢຟ ຮອງປະທານ ອາແອສ ໂມນາໂກ ສະໂມສອນໃນ ລີກ ເອິງຝຣັ່ງ ກ່າວວ່າ: ເທຍຣີ ອອງຣີ ຈະຍັງໄດ້ເປັນຜູ້ຈັດການທີມຕໍ່ໄປ ເຖິງວ່າລາວຈະຍັງພາທີມເກັບໄຊຊະນະບໍ່ໄດ້ກໍຕາມ.
ໂມນາໂກ ແຕ່ງຕັ້ງ ອອງຣີ ເຂົ້າມາຮັບວຽກຕໍ່ຈາກ ເລໂອນາໂດ້ ຊາດິມ ໃນເດືອນຕຸລາຜ່ານມາ ແຕ່ຕຳນານດາວຍິງ ອາເຊນອລ ພັດສ້າງຜົນງານໄດ້ບໍ່ຄ່ອຍດີ ໂດຍລາວນຳທີມລົງໄປຫລິ້ນແລ້ວ 6 ນັດໃນທຸກລາຍການ ພ້ອມກັບພາທີມສະເໝີ 2 ນັດ ແລະ ເສຍ 4 ນັດ ເຊິ່ງນັດຫລ້າສຸດ ໂມນາໂກ ເຖິງຂັ້ນເສຍໃຫ້ ປາຣີ ແຊງແຊກແມງ 0-4 ຄາບ້ານ.

