ປັດຊະຍາທີ່ຈະຊ່ວຍໃຫ້ທ່ານໃຊ້ຈ່າຍເງິນຢ່າງຊານສະຫລາດ

- ຢ່າໃຊ້ເງິນກ່ອນທີ່ທ່ານຈະຫາມັນມາໄດ້ -ໂທມັສ ເຈບເຟີສັນ.
- ການມີເງິນ ແລະ ສິ່ງຂອງທີ່ເງິນຊື້ໄດ້ນັ້ນອາດເປັນເລື່ອງດີ, ແຕ່ຈະເປັນເລື່ອງທີ່ດີຫລາຍກ່ວາຫາກລອງກວດເຊັກເບິ່ງຈັກເທື່ອໃຫ້ໝັ້ນໃຈວ່າທ່ານຍັງບໍ່ໄດ້ສູນເສຍສິ່ງທີ່ເງິນຊື້ບໍ່ໄດ້ໄປ – ຈ໊ອດ ລໍຣິເມີ.
- ການມີລາຍຮັບມະຫາສານກັບການເປັນຄົນຮັ່ງມີນັ້ນ ເປັນສິ່ງທີ່ແຕກຕ່າງກັນ – ມາລີນ ດີທຣິສ.
- ເງິນແມ່ນສິ່ງທີ່ຄວນດຶງດູດໃຫ້ເຂົ້າມາ ບໍ່ແມ່ນເມົາແຕ່ແລ່ນນຳມັນ – ຈິມ ໂຣນ.
- ຫາກເຮົາເປັນຝ່າຍທີ່ສາມາດຄວບຄຸມເງິນ ເຮົາຈະມີທັງອິດສະຫລະ ແລະ ຄວາມຮັ່ງມີໃນຊີວິດ, ແຕ່ຫາກປ່ອຍໃຫ້ເງິນເຂົ້າ ຄວບຄຸມເມື່ອໃດ ເຮົາກໍຈະມີແຕ່ຄວາມທຸກຍາກຂາດແຄນ – ເອັດ ມັນເບີກ.
- ສິ່ງທີ່ຍາກທີ່ຈະຮຽນຮູ້ແມ່ນການຮູ້ຈັກທ້ອນເງິນແດ່ເມື່ອໄດ້ຮັບມັນມາ – ໂຈ ມົວ.
- ບໍ່ຕ້ອງບອກຂ້ອຍດອກວ່າເຈົ້າໃຫ້ຄວາມສຳຄັນກັບຫຍັງແດ່ ພຽງແຕ່ບອກວ່າເຈົ້າໃຊ້ເງິນໄປກັບຫຍັງແດ່ ຂ້ອຍກໍໄດ້ເຫັນແລ້ວວ່າເຈົ້າເປັນຄົນແນວໃດ – ເຈມ ດັບເບິນຢູ ຟຣິກ.
- ຫາກທ່ານຢາກຮັ່ງມີ ຈົ່ງຄິດເຖິງການທ້ອນເງິນຄືກັບຕອນທີ່ໄດ້ຮັບມັນມາ – ເບນຈາມິນ ແຟຣງຄລິນ.
- ຫລາຍຄົນຄິດວ່າໂຕເອງຫາເງິນບໍ່ເກັ່ງ, ແຕ່ຄວາມຈິງແລ້ວ ພວກເຂົາພຽງແຕ່ບໍ່ຮູ້ຈັກວິທີໃຊ້ເງິນຫລາຍກ່ວາ – ແຟຣງເອລາດ.
- ຫລາຍຄົນມັກບໍ່ເອົາໃຈໃສ່ກັບເງິນຄຳຈົນກ່ວາມັນໜ້ອຍລົງໄປ ຄືກັນກັບເວລາ – ໂຍຮັນ ວອບກັງ ວອນ ເກີເທີ.
- ເງິນເປັນພຽງແຕ່ເຄື່ອງມືໜຶ່ງທີ່ສາມາດນຳພາທ່ານໄປໃນບ່ອນທີ່ທ່ານປາຖະໜາ, ແຕ່ຊຳ້ພັດບໍ່ສາມາດບັງຄັບທິດທາງແທນທ່ານໄດ້ – ໄອເອນ ແຣນ.
- ເງິນແມ່ນເຈົ້ານາຍທີ່ບໍ່ດີ, ແຕ່ເປັນຄົນຮັບໃຊ້ທີ່ດີເລີດ – ພີ ທີ ບານຳ.
- ທ່ານຕ້ອງຫາທາງຄວບຄຸມເງິນ ຫລື ຖ້າຫາກບໍ່ຄວບຄຸມ ມັນຈະມີຈະອຳນາດເໜືອທ່ານໄປຕະຫລອດການ – ເດຟ ແຣມເຊ.
- ຫາເງິນໄດ້ເທົ່າໃດບໍ່ສຳຄັນ ຢູ່ບ່ອນວ່າທ່ານເກັບຮັກສາມັນໄດ້ເທົ່າໃດ, ມັນຊ່ວຍທ່ານໄດ້ຫລາຍປານໃດ ແລະ ທ່ານເກັບໄວ້ໃຫ້ລູກຫລານຕໍ່ໄປອີກຈັກລຸ້ນ – ໂຣເບີດ ຄິໂຍຊາກິ.
- ການມີນິໄສປະຢັດມັດທະຍັດຈະສອນໃຫ້ທ່ານປະພຶດໂຕດີ, ຮູ້ຈັກຫ້າມໃຈ, ຈັດລຽງລຳດັບຄວາມສຳຄັນ ແລະ ຄິດລ່ວງໜ້າ ລວມເຖິງເຮັດໃຫ້ທັດສະນະຄະຕິທີ່ເປີດກ້ວາງຍິ່ງຂຶ້ນ – ທີ ທີ ມັງເກີ.
- ຜູ້ມີສະຕິປັນຍາຈະເກັບເລື່ອງເງິນຄຳໄວ້ໃນຄວາມຄິດ ບໍ່ແມ່ນຫົວໃຈ -ໂຈນາທານ ສະວິບ.
17. ທ່ານຈະໃຊ້ເງິນເພື່ອຫຍັງ ເມື່ອໃດ ຢູ່ໃສ ແລະ ກັບໃຜ ? ຄຳຖາມເຫລົ່ານີ້ແມ່ນສິ່ງທີ່ກຳໜົດວ່າທ່ານຈະໃຊ້ເງິນຢ່າງມີຄຸນຄ່າໄດ້ຫລາຍເທົ່າໃດ – ທິໂມທີ ເຟີຣິສ.
- ເງິນແມ່ນເຄື່ອງຮັບປະກັນວ່າເຮົາອາດຈະໄດ້ໃນສິ່ງທີ່ຕ້ອງການ ເຖິງວ່າເຮົາຈະບໍ່ຕ້ອງການຫຍັງໃນຕອນນີ້, ແຕ່ມັນກໍຮັບປະກັນຄວາມເປັນໄປໄດ້ໃນການຕອບສະໜອງຄວາມປາຖະໜາທີ່ອາດມີໃນອະນາຄົດໄດ້ – ອະຣິສ ໂຕເຕິນ.

