ມອບ-ຮັບ ແລະ ເປີດນຳໃຊ້ໂຮງຮຽນປະຖົມສຶກສາ ບ້ານຫ້ວຍລານ ດ້ວຍທຶນຊ່ວຍເຫລືອຂອງກອງທຶນຫລຸດຜ່ອນຄວາມທຸກຍາກ

ກອງທຶນຫຼຸດຜ່ອນ ຄວາມທຸກຍາກປະຈຳເມືອງ ໂພນທອງ ແຂວງຫຼວງ ພະບາງ ໄດ້ຈັດພິທີມອບຮັບ ໂຄງການກໍ່ສ້າງ ໂຮງຮຽນ ປະຖົມສຶກສາໃຫ້ບ້ານຫ້ວຍ ລານ ເມືອງດັ່ງກ່າວ ຂຶ້ນໃນ ວັນທີ 7 ພະຈິກນີ້, ພາຍຫຼັງ ທີ່ໄດ້ກໍ່ສ້າງສຳເລັດ 100%, ພາຍຫຼັງໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ວັນທີ 24 ເມສາ ຜ່ານ ມານີ້ ໂດຍໄດ້ຮັບທຶນຊ່ວຍ ເຫຼືອຈາກກອງທຶນຫຼຸດຜ່ອນ ຄວາມທຸກຍາກ ໃນຮອບ ວຽນ ທີ 15 ປະຈໍາປີ 2018, ເຊິ່ງມີມູນຄ່າທັງໝົດ 365 ລ້ານກວ່າກີບ ແລະ ທຶນປະ ກອບສ່ວນຂອງຊຸມຊົນບ້ານຫ້ວຍລານ 7,3 ລ້ານກີບ.
ໃນໂອກາດນີ້ ທ່ານ ຮອງ ເລຂາພັກເມືອງ ໄດ້ມີຄຳ ເຫັນເນັ້ນໃຫ້ຄະນະອົງການ ປົກຄອງບ້ານ ແລະ ຄູອາ ຈານຕ້ອງເອົາໃຈປົກປັກ ຮັກສາ ແລະ ນຳໃຊ້ໄດ້ຢ່າງ ຍາວນານ.

+ ມອບ-ຮັບຄູຝຶກທີມຊາດຊຸດໃຫຍ່ຢ່າງເປັນທາງການ2018/
+ ສຶກສາແຂວງສະຫວັນນະເຂດ ມອບອຸປະກອນການສຶກສາໃຫ້ 9 ໂຮງຮຽນທີ່ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ2018/

