ອາເມລິກາຈັດສັນງົບ 550 ລ້ານໂດລາ ຊ່ວຍພັດທະນາລະບົບໄຟຟ້າຢູ່ເຊເນກັລ

ອາເມລິກາປະກາດຄວາມຊ່ວຍເຫລືອ 550 ລ້ານໂດລາ ເພື່ອພັດທະນາລະບົບໄຟຟ້າຢູ່ເຊເນກັລ ທີ່ເຕີບໃຫຍ່ຢ່າງວ່ອງໄວໃຫ້ພຽງພໍກັບຄວາມຕ້ອງການ.
ບໍລິສັດ ມິລເລນນຽມ ແຊລລິນ ຄໍປໍເຣຊັນ ຂອງລັດຖະບານອາເມລິກາ ທີ່ສ້າງຕັ້ງຂຶ້ນໃນປີ 2004 ເພື່ອຈັດສັນຄວາມຊ່ວຍເຫລືອໃຫ້ແກ່ປະເທດທີ່ມີການບໍລິຫານຈັດການທີ່ດີ ແລະ ເປັນປະຊາທິປະໄຕ ລະບຸວ່າເຊເນກັລຈະຈັດສັນເງິນເອງອີກ 50 ລ້ານໂດລາ ໃນໂຄງການດັ່ງກ່າວ. ໂຄງການໄຟຟ້າເຊເນກັລໄລຍະເວລາ 5 ປີ ເພື່ອຍົກລະດັບເຄືອຂ່າຍໄຟຟ້າໃນນະຄອນຫລວງດາກາສຳລັບຈ່າຍກະແສໄຟຟ້າຕາມພື້ນທີ່ຊົນນະບົດໃຫ້ຫລາຍຂຶ້ນ ແລະ ພັດທະນາລະບົບໄຟຟ້າໃຫ້ດີຂຶ້ນ ໂດຍມີເປົ້າໝາຍສຳລັບກະຕຸ້ນການລົງທຶນ, ສົ່ງເສີມການຂະຫຍາຍຕົວທາງເສດຖະກິດ, ຫລຸດບັນຫາຄວາມທຸກຍາກດ້ວຍການພັດທະນາລະບົບໄຟຟ້າໃຫ້ດີຂຶ້ນ, ຫລຸດຄ່າໃຊ້ຈ່າຍ ແລະ ກະຈາຍລະບົບໄຟຟ້າໃຫ້ທົ່ວເຖິງຕາມເຮືອນ ແລະ ພາກທຸລະກິດຕ່າງໆ. ເຊເນກັລ ມີອັດຕາການເຕີບໃຫຍ່ 7% ໃນແຕ່ລະປີ ເຊິ່ງຖືເປັນໜຶ່ງໃນລະບົບທີ່ມີການຂະຫຍາຍຕົວທາງເສດຖະກິດວ່ອງໄວທີ່ສຸດໃນພາກພື້ນອາຟຣິກາ.
