ສ້າງຂະບວນການສັກຢາກັນພະຍາດສັດໃຫ້ຟົດຟື້ນ

ເນື່ອງໃນໂອກາດວັນສັກຢາກັນພະຍາດສັດແຫ່ງຊາດ ວັນທີ11 ພະຈິກ ເພື່ອປູກຈິດສຳນຶກໃຫ້ປະຊາຊົນ ແລະ ສັງຄົມ ມີສະຕິຕໍ່ການປ້ອງກັນ ແລະ ຮັກສາສຸຂະພາບສັດລ້ຽງບໍ່ໃຫ້ເກີດ ແລະ ຕິດພະຍາດສັດ ຫລີກລ້ຽງຜົນກະທົບທີ່ອາດຈະເກີດຂຶ້ນ.
ດັ່ງນັ້ນລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ອອກແນະນຳໂດຍມີເນື້ອໃນວ່າ: ໃຫ້ກົມລ້ຽງສັດ ແລະ ການປະມົງ ປະສານສົມທົບກັບພະແນກກະ ສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫລວງວຽງຈັນ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແລະ ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ເນື້ອໃນຕົ້ນຕໍຂອງກົດໝາຍ, ດຳລັດ, ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ ແລະ ແຈ້ງການຕ່າງໆ ທີ່ຕິດພັນກັບການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ແກ່ພະນັກ ງານ-ລັດຖະກອນ, ທະຫານຕຳຫລວດ, ພໍ່ຄ້າຊາວຂາຍ, ຊາວກະສິກອນຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າດ້ວຍຫລາຍຮູບແບບ, ຫລາຍລະດັບ ແລະ ຫລາຍວິທີການທີ່ແຕກຕ່າງກັນ ຕາມຈຸດພິເສດຂອງແຕ່ລະເປົ້າໝາຍ, ໂດຍຜ່ານສື່ຕ່າງໆ ເປັນຕົ້ນໜັງສືພິມ, ໂທລະພາບ, ວິທະຍຸ, ຈັດກິດຈະກຳຖາມ-ຕອບ, ກອງປະຊຸມສໍາມະນາ, ປາຖະກະຖາ ໂດຍຍົກໃຫ້ເຫັນຄວາມສຳຄັນຂອງການເຝົ້າລະວັງ, ການປ້ອງກັນ ແລະ ຕ້ານພະຍາດສັດ ລວມທັງຄວາມເສຍຫາຍ ທີ່ເກີດຈາກການຖືເບົາ ຕໍ່ວຽກງານສັກຢາກັນພະຍາດສັດ ແລະ ຕັ້ງໜ້າປະຕິບັດຕາມທິດນໍາທີ່ວ່າ “ການກັນພະຍາດສັດເປັນໜ້າທີ່ຂອງທົ່ວປວງຊົນ”.
ພ້ອມກັນນັ້ນ, ກໍໃຫ້ຂຶ້ນແຜນຄວາມຕ້ອງການຢາວັກຊິນປ້ອງກັນພະຍາດສັດ (ແຜນສະເພາະມື້ເປີດຂະບວນການສັກຢາກັນພະຍາດສັດ ວັນທີ 11 ພະຈິກ 2018 ແລະ ແຜນປົກກະຕິ ຕາມກຳນົດເວລາ) ແລ້ວສົ່ງໃຫ້ກົມລ້ຽງສັດ ແລະ ການປະມົງ ເພື່ອຜະລິດ ແລະ ສະໜອງໃຫ້ຕາມຄວາມ ເໝາະສົມ; ສໍາລັບງົບປະມານຮັບໃຊ້ໃນການເຄື່ອນໄຫວ ສ້າງຂະບວນການສັກຢາກັນພະຍາດສັດ ເປັນ ຕົ້ນງົບປະມານໃນການລົງເຄື່ອນໄຫວ, ຈັດຊື້ຢາກັນພະຍາດ ແລະ ວັດຖູປະກອນຮັບໃຊ້ທີ່ຈຳເປັນ ແມ່ນມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ ເປັນຜູ້ຮັບຜິດຊອບ, ໂດຍປຸກ ລະດົມ, ຂົນຂວາຍ ແລະ ຍາດແຍ່ງການຊ່ວຍເຫລືອ ຈາກພາກສ່ວນກ່ຽວຂ້ອງພາຍໃນທ້ອງຖິ່ນຕົນ.
ໃຫ້ຖືເອົາວັນສັກຢາກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ ຂອງທຸກປີ ເປັນການປຸກລະດົມສ້າງຈິດສຳນຶກ ແລະ ກຳລັງແຮງທົ່ວປວງຊົນເພື່ອປ້ອງກັນ, ເຝົ້າລະວັງ ບໍ່ໃຫ້ເກີດພະຍາດສັດໃນຝູງສັດ ລ້ຽງຂອງຕົນ, ຕິດພັນກັບການຍົກສູງສະຕິເປັນເຈົ້າໃນການປ້ອງກັນ ແລະ ຮັກສາສຸຂະພາບສັດລ້ຽງຂອງຕົນ ຕາມທິດນຳທີ່ວ່າ “ຖືເອົາການປ້ອງກັນເປັນຕົ້ນຕໍ ເອົາການປິ່ນປົວ ເປັນສຳຄັນ”.
ຊຸມປີຜ່ານມາ, ການລະບາດຂອງພະຍາດສັດ ຍັງຖືເປັນໄພຂົ່ມຂູ່ ແລະ ສົ່ງຜົນກະທົບໂດຍກົງ ຕໍ່ການລ້ຽງສັດ ຢູ່ ສປປ ລາວ, ທັງເປັນສິ່ງກີດຂວາງທາງດ້ານການຄ້າຢູ່ພາຍໃນ ກໍຄື ການສົ່ງອອກ. ໄລ ຍະຜ່ານມາ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ກໍໄດ້ໃຫ້ຄວາມສຳຄັນຕໍ່ວຽກງານສັກຢາກັນພະຍາດສັດ ໂດຍໄດ້ຊຸກຍູ້ຂະບວນການສັກຢາກັນພະຍາດສັດ ຢູ່ແຕ່ລະທ້ອງຖິ່ນຕົນຢ່າງເປັນຂະບວນຟົດຟື້ນ, ເຮັດໃຫ້ອັດຕາການສັກຢາກັນພະຍາດແຕ່ລະຊະນິດ ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ການສັກຢາປ້ອງກັນຢູ່ບັນດາຟາມລ້ຽງສັດໄດ້ເກືອບ 100%, ສັດລ້ຽງອ້ອມຊານເມືອງ ແລະ ເຂດຊົນນະບົດ ໄດ້ຫລາຍກວ່າ 60% ແລະ ເຂດຫ່າງໄກສອກຫລີກ ໄດ້ຫລາຍກວ່າ 20% ອັນເຮັດໃຫ້ສັດລ້ຽງ ມີພູມຕ້ານທານຕໍ່ພະຍາດໃນລະດັບດີພໍສົມຄວນ.

