ເຈົ້າໜ້າທີ່ຕຳຫລວດລົງໂຄສະນາການປ້ອງກັນອັກຄີໄພຢາເສບຕິດ ແລະ ການຄ້າມະນຸດ ຢູ່ເມືອງສີສັດຕະນາກ

ເມື່ອທ້າຍອາທິດຜ່ານມາ ນີ້, ພະນັກງານກໍ່ສ້າງຮາກຖານ, ຮ່ວມກັບ ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໄດ້ລົງເຜີຍແຜ່ວຽກງານການປ້ອງກັນອັກຄີໄພ, ຢາເສບຕິດ ແລະ ການຄ້າມະນຸດ ໃຫ້ປະຊາຊົນ ຢູ່ບ້ານ ສະພານທອງເຫນືອ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ປະຊາຊົນຫລາຍກ່ວາ 500 ຄົນ. ເພື່ອແນໃສ່ຈັດຕັ້ງປະຕິບັດຄຳຂັວນ 3 ຫລຸດ 3 ເພີ່ມ ຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນວາງອອກ, ໂດຍສະເພາະແມ່ນບັນຫາຢາເສບຕິດ ທີ່ຍັງເປັນໄພຂົ່ມຂູ່, ເຮັດໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ, ປັດຈຸບັນ ສະພາບອາກາດເລີ່ມເຂົ້າສູ່ລະດູແລ້ງ, ເຮັດໃຫ້ເກີດອັກຄີໄພໄດ້ງ່າຍ ສະນັ້ນ ຈຶ່ງໄດ້ເພີ່ມທະວີວຽກງານສະກັດກັ້ນ ໃຫ້ມີປະສິດທິຜົນກ່ວາເກົ່າ.
ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ ຢູ່ ນະຄອນຫລວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນກ່ວາ 1 ພັນເລື່ອງ, ສ່ວນໃຫຍ່ແມ່ນສະພາບລັກຊັບ, ມົ້ວສຸມຢາເສບຕິດ, ອຸປະຕິເຫດ ແລະ ບັນຫາອັກຄີໄພ.

