ADB ເພີ່ມໂອກາດໃຫ້ຄົນລາວເຂົ້າເຖິງວຽກເຮັດງານທຳຫລາຍຂຶ້ນ

ວັນທີ 12 ພຶດສະພານີ້, ທະນາຄານພັດທະນາອາຊີ (ADB) ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດກອງປະຊຸມ ເພື່ອລິເລີ່ມໂຄງການເສີມສ້າງ ຄວາມອາດສາມາດທາງດ້ານວິຊາການ ເພື່ອພັດທະນາລະບົບການຈັດຫາງານຢູ່ລາວ, ໂດຍການເປັນປະທານຮ່ວມຂອງທ່ານຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ຜູ້ຮັກສາການຜູ້ຕາງໜ້າສຳນັກ ງານທະນາຄານອາຊີ ປະຈຳລາວ, ມີບັນດາກະຊວງອ້ອມຂ້າງ, ພະແນກແຮງງານແຂວງ ເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກ່າວວ່າ: ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ປຶກສາຫາລືການລິເລີ່ມໂຄງການ, ໂດຍສະເພາະຍຸດທະສາດ, ແຜນງານ, ວິທີການ, ກິດຈະກຳ ແລະ ຂັ້ນຕອນຕ່າງໆຈະຖືກສະເໜີ ເພື່ອຂໍຄຳເຫັນນຳທີ່ປະຊຸມ ແລະ ຜົນຂອງການປະຊຸມຄັ້ງນີ້ ຈະເປັນການກົນໄກຂັບເຄື່ອນເຮັດໃຫ້ການຈັດຕັ້ງປະຕິບັດໂຄງການໄດ້ຮັບຜົນສຳເລັດ ແລະ ທັງເປັນບ່ອນອີງໃຫ້ແກ່ການຝຶກ, ທົດສອບ, ອອກໃບຍັ້ງຢືນລະດັບມາດຕະຖານສີມືແຮງງານ ເພື່ອຮັບປະກັນໃຫ້ແຮງງານລາວມີວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍໄດ້ທີ່ສົມເຫດສົມຜົນ ແລະ ມີຫລັກຄ້ຳປະກັນພື້ນຖານໃນຊີວິດ.
ທ່ານ ຊຸນສຸເກະ ບັນໂດະ ຮັກສາການຜູ້ຕາງນ້າທະນາຄານພັດທະນາອາຊີ ປະຈຳລາວ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວສ້າງຂຶ້ນ ເພື່ອເປີດໂອກາດໃຫ້ຜູ້ທີ່ສະແຫວງຫາວຽກເຮັດງານທຳໄດ້ເຂົ້າເຖິງຂໍ້ມູນຂ່າວສານການຈ້າງງານ ທັງໃນເຂດຕົວເມືອງ ແລະ ຊົນນະບົດ ຫລາຍຂຶ້ນ, ໂດຍມີການປຶກສາຫາລືກັບຂະແໜງການເອກະຊົນ ແລະ ບັນດາສະຖາບັນທີ່ສະໜອງການຝຶກອົບຮົມທັກສະ ແລະ ສີມືແຮງງານ, ເພື່ອຂະຫຍາຍແຫລ່ງຂໍ້ມູນຂ່າວສານ ລະຫວ່າງຜູ້ຈ້າງງານ ແລະ ຜູ້ຊອກຫາວຽກເຮັດງານທຳ, ຊຶ່ງຈະເຮັດໃຫ້ການຄາດຄະເນຄວາມຕ້ອງການຂອງຕະຫລາດແຮງງານ ແລະ ການສະໜອງແຮງງານໄດ້ຢ່າງຊັດເຈນອີກດ້ວຍ.

