ເປີດກອງປະຊຸມເວທີປຶກສາຫາລືສຸດຍອດ ການຮ່ວມມືສາກົນໜຶ່ງແລວທາງໜຶ່ງເສັ້ນທາງ

ຕາມຂ່າວ CRI: ກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນໜຶ່ງແລວທາງໜຶ່ງເສັ້ນທາງ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 14 ພຶດສະພານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີດັ່ງກ່າວແລະ ກ່າວປາຖະກະຖາ. ທ່ານ ສີຈິ້ນຜີງ ຮຽກຮ້ອງສ້າງໜຶ່ງແລວທາງໜຶ່ງເສັ້ນທາງໃຫ້ເປັນເສັ້ນທາງແຫ່ງສັນຕິພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເປີດປະຕູສູ່ພາຍນອກ, ການປະດິດສ້າງໃໝ່, ອະລິຍະທຳ. ທ່ານ ສີຈິ້ນຜີງ ຊີ້ອອກວ່າ:ໂດຍບົນພື້ນຖານຂອງຫຼັກການ 5 ປະການທີ່ຢູ່ຮ່ວມກັນໂດຍສັນຕິນັ້ນ, ຈີນຍິນດີພັດທະນາການຮ່ວມມືໄມຕີຈິດມິດຕະພາບກັບປະເທດທີ່ເຂົ້າຮ່ວມໜຶ່ງແລວທາງໜຶ່ງເສັ້ນທາງ, ຍິນດີແບ່ງປັນບົດຮຽນການພັດທະນາກັບບັນດາປະເທດໃນໂລກ, ແຕ່ຈະບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ, ຈະບໍ່ສົ່ງອອກລະບອບສັງຄົມ ແລະ ຮູບການພັດທະນາແບບບັງຄັບໃສ່ປະເທດອື່ນ. ຈີນຈະບໍ່ຊ້ຳເສັ້ນທາງເກົ່າທີ່ແຂ່ງຂັນໃນພາກພື້ນ, ຈະບໍ່ສ້າງກຸ່ມນ້ອຍທີ່ທຳລາຍສະຖຽນລະພາບ, ແຕ່ຈະສ້າງຄອບຄົວໃຫຍ່ທີ່ຢູ່ຮ່ວມກັນຢ່າງກົມກຽວ.
ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ເສັ້ນທາງສາຍໄໝບູຮານມີຄວາມຍາວໝື່ນລີ້, ສືບຕໍ່ກັນມາເປັນເວລາໜຶ່ງພັນກວ່າປີ, ໄດ້ກໍ່ຕົວເປັນຈິດໃຈເສັ້ນທາງສາຍໄໝທີ່ຖືການຮ່ວມມືໂດຍສັນຕິ, ການເປີດປະຕູ, ການກວມລວມ, ການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນເປັນແກນກາງ. ນີ້ແມ່ນມໍລະດົກອັນລ້ຳຄ່າຂອງອາລະຍະທຳມະນຸດ. ນັບແຕ່ສະເໜີຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງອອກມາເປັນເວລາ 4 ປີມານີ້, ຈີນ ແລະ ປະເທດທີ່ກ່ຽວຂ້ອງໄດ້ແລກປ່ຽນນະໂຍບາຍຢ່າງເລິກເຊິ່ງ, ເຊື່ອມຈອດສິ່ງກໍ່ສ້າງພື້ນຖານໂຄງລ່າງ, ເພີ່ມທະວີຄວາມສະດວກດ້ານການຄ້າ, ເປີດກວ້າງການລົງທຶນ ແລະ ການລະດົມທຶນ ແລະ ຈິດໃຈຂອງປະຊາຊົນໃກ້ຊິດຢ່າງບໍ່ຢຸດຢັ້ງ. ນັບແຕ່ປີ 2014 ຮອດປີ 2016, ຍອດມູນຄ່າການຄ້າລະຫວ່າງຈີນກັບປະເທດລຽບຕາມໜຶ່ງແລວທາງໜຶ່ງເສັ້ນທາງ ກໍບັນລຸຫຼາຍກວ່າ 3.000 ຕື້ໂດລາສະຫະລັດ. ຍອດມູນຄ່າການລົງທຶນຂອງຈີນຢູ່ປະເທດລຽບຕາມໜຶ່ງແລວທາງໜຶ່ງເສັ້ນທາງບັນລຸຫຼາຍກວ່າ 50 ຕື້ໂດລາ. ວິສາຫະກິດຈີນໄດ້ມີສ່ວນຮ່ວມໃນການສ້າງເຂດຮ່ວມມືເສດຖະກິດການຄ້າ 56 ແຫ່ງຢູ່ 20 ກວ່າປະເທດ, ໄດ້ສ້າງລາຍຮັບຈາກສ່ວຍສາອາກອນປະມານ 1,1 ຕື້ໂດລາ ແລະ ຕຳແໜ່ງວຽກງານ 1 ແສນ 8 ໝື່ນຕຳແໜ່ງໃຫ້ປະເທດທີ່ກ່ຽວຂ້ອງ. ນີ້ສະແດງໃຫ້ເຫັນວ່າຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງສອດຄ່ອງກັບກະແສຍຸກສະໄໝ ແລະ ເໝາະກັບກົດເກນການພັດທະນາ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນປະເທດຕ່າງໆ, ມີພາບອະນາຄົດຢ່າງສົດໃສ.
ທ່ານ ສີຈິ້ນຜິງ ໄດ້ເປີດເຜີຍມາດຕະການຕ່າງໆຂອງຈີນກ່ຽວກັບການຊຸກຍູ້ການກໍ່ສ້າງໜຶ່ງແລວທາງໜຶ່ງເສັ້ນທາງ ລວມທັງຈະເພີ່ມເງິນທຶນ 100 ຕື້ຢວນ ເຂົ້າໃນກອງທຶນເສັ້ນທາງສາຍໄໝ, ຈະສົ່ງເສີມໃຫ້ສະຖາບັນການເງິນດຳເນີນທຸລະກິດກອງທຶນທີ່ເປັນເງິນຢວນຈີນຢູ່ຕ່າງປະເທດ ເຊິ່ງມີຈຳນວນຄາດວ່າປະມານ 300 ຕື້ຢວນ. ທະນາຄານພັດທະນາແຫ່ງຊາດຈີນ ແລະ ທະນາຄານຂາເຂົ້າ-ຂາອອກ ຈະປ່ອຍເງິນກູ້ສະເພາະ 250 ຕື້ຢວນ ແລະ 130 ຕື້ຢວນ ໃຊ້ເຂົ້າໃນການສະໜັບສະໜູນການສ້າງພື້ນຖານໂຄງລ່າງ, ການຮ່ວມມືດ້ານຄວາມສາມາດການຜະລິດ ແລະ ການທະນາຄານຂອງໜຶ່ງແລວທາງໜຶ່ງເສັ້ນທາງ. ນອກນີ້, ຈີນຍັງຈະຕັ້ງໜ້າຮ່ວມກັບປະເທດທີ່ເຂົ້າຮ່ວມການກໍ່ສ້າງໜຶ່ງແລວທາງໜຶ່ງເສັ້ນທາງ, ສ້າງເຄືອຂ່າຍການຄ້າເສລີໜຶ່ງແລວທາງໜຶ່ງເສັ້ນທາງ, ເລີ່ມດຳເນີນແຜນການດຳເນີນງານປະດິດສ້າງວິທະຍາສາດເຕັກນິກໃໝ່ໜຶ່ງແລວທາງໜຶ່ງເສັ້ນທາງ, ດຳເນີນການເຄື່ອນໄຫວ 4 ຂໍ້ຄື: ການແລກປ່ຽນດ້ານວິທະຍາສາດເຕັກນິກ ແລະ ວັດທະນະທຳ, ການຮ່ວມກັນສ້າງຫ້ອງທົດລອງປະສົມ, ການຮ່ວມມືເຂດວິທະຍາສາດເຕັກນິກ ແລະ ການໂອນເຕັກນິກ, ໃນ 3 ປີຂ້າງໜ້າ, ຈີນຈະຊ່ວຍເຫຼືອປະເທດທີ່ພວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມການສ້າງໜຶ່ງແລວທາງໜຶ່ງເສັ້ນທາງນັ້ນໃນມູນຄ່າ 60 ຕື້ຢວນ ເພື່ອສ້າງໂຄງການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼາຍກວ່າເກົ່າ.
ກອງປະຊຸມເວທີປຶກສາຫາລືເທື່ອນີ້ມີຫົວຂໍ້ສຳຄັນວ່າ: ເພີ່ມທະວີການຮ່ວມມືສາກົນ, ຮ່ວມກັນສ້າງໜຶ່ງແລວທາງໜຶ່ງເສັ້ນທາງ, ບັນລຸການພັດທະນາຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍມີປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 29 ປະເທດ ລວມທັງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ, ທ່ານ ວະຣາຕິເມຍ ປູຕິນ ປະທານາທິບໍດີຣັດເຊຍແລະ ທ່ານ ອັນໂຕນິໂອ ກູເທີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ຜູ້ຮັບຜິດຊອບ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ 70 ກວ່າແຫ່ງ, ບຸກຄົນວົງການການເມືອງ, ການຄ້າຈາກຮ້ອຍກວ່າປະເທດພັນກວ່າທ່ານເຂົ້າຮ່ວມ. ໃນໄລຍະຈັດກອງປະຊຸມ, ແຂກທີ່ຮ່ວມປະຊຸມຈະດຳເນີນການປຶກສາຫາລືກ່ຽວກັບການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີການແລກປ່ຽນນະໂຍບາຍ, ການເຊື່ອມຈອດສິ່ງກໍ່ສ້າງພື້ນຖານ, ການເພີ່ມທະວີຄວາມສະດວກດ້ານການຄ້າ, ການຈໍລະຈອນເງິນຕາ ແລະ ຈິດໃຈຂອງປະຊາຊົນເຊື່ອມຈອດກັນ ແລະ ອື່ນໆ.

