ເກຍມໍເຕີ ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ລາວ

ໃນວັນ​ທີ 24 ຕຸລານີ້, ບໍລິສັດ ເກຍມໍເຕີ ໄດ້ມອບເງິນ 100.000 ໂດລາສະຫະລັດ ເພື່ອຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ລາວ, ຊຶ່ງພິທີມອບ-ຮັບໄດ້ມີຂຶ້ນລະຫວ່າງທ່ານ ຄິມ ຮູ​ກອນ ຜູ້​ຈັດການ​ທົ່ວ​ໄປ​ບໍລິສັດ ​ເກ​ຍມໍ​ເຕີ ປະ​ເທດ ສ.ເກົາຫລີ ແລະ ​ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ.

ໃນໂອກາດ​ນີ້, ທ່ານ​ລັດຖະມົນຕີກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​​ສະ​ແດງ​ຄວາມ​​ຂອບ​ໃຈມາ​ຍັງ​ບໍລິສັດ​ດັ່ງກ່າວທີ່​ໄດ້ໃຫ້ການຊ່ວຍ​ເຫລືອອັນໃຫຍ່ຫລວງຕໍ່​ປະຊາຊົນ​ຜູ້​ປະສົບ​ໄພ​ທຳ​ມະ​ຊາດຢູ່ລາວ ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູຊີວິດການເປັນຢູ່ຂອງເຂົາເຈົ້າ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.