ປະທານອົງການແນວລາວສ້າງຊາດໂອ້ລົມການນຳຫລັກແຫລ່ງແຂວງຜົ້ງສາລີ

ທ້າຍອາທິດຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ລົງພົບປະໂອ້ລົມພະນັກງານການນຳຫລັກແຫລ່ງຂອງແຂວງຜົ້ງສາລີ. ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນວ່າ: ອົງການແນວລາວສ້າງຊາດມີພາລະບົດບາດເຕົ້າໂຮມຄວາມສາມັກຄີຂອງປວງຊົນບັນດາເຜົ່າ, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຕິດຕາມກວດກາສ່ອງແສງການປະຕິບັດແນວທາງຂອງພັກ-ລັດຖະບານ ແລະ ເປັນໃຈກາງສົມທົບກັບອົງການພາຄີຕ່າງໆເຊັ່ນ: ອົງການສະຫະພັນນັກຮົບເກົ່າ, ສະຫະພັນກຳມະບານລາວ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫະພັນແມ່ຍິງລາວ. ພ້ອມນີ້, ທ່ານຍັງຍົກໃຫ້ເຫັນໂດຍຫຍໍ້ກ່ຽວກັບສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ, ທັງເນັ້ນໃຫ້ຊອກຮູ້ຮ່ຳຮຽນມູນເຊື່ອຂອງແນວລາວສ້າງຊາດໃນແຕ່ລະໄລຍະແຫ່ງການຕໍ່ສູ້ກູ້ຊາດຈົນເຖິງປັດຈຸບັນ ແລະ ນຳເອົາບົດຮຽນທີ່ດີທີ່ເປັນມູນມໍລະດົກອັນລ້ຳຄ່າມາຊ່ວຍພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ສົມທົບກັບກຳລັງແຮງຂອງປະຊາຊົນ.
ທ່ານປະທານສູນກາງແນວລາວສ້າງຊາດ ຍັງເນັ້ນໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງສູນກາງພັກ, ຂອງອົງຄະນະພັກແຂວງ ແລະ ໄພອັນຕະລາຍຕໍ່ປະເທດຊາດໃຫ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ໂດຍໝູນໃຊ້ທ່າແຮງຂອງແຂວງ, ເອົາໃຈໃສ່ຕ້ານ ແລະ ແກ້ໄຂບັນຫາພະນັກງານເຊື່ອມທາດຂາດຄຸນ, ໃຫ້ຂາດຕົວປະຕິບັດແນວທາງປະຢັດມັດທະ ຍັດຂອງພັກ-ລັດ, ຕ້ານອິດທິກຳລັງປໍລະປັກທີ່ຫວັງທຳລາຍມ້າງເພພັກ-ລັດ ແລະ ສົ່ງເສີມການປູກ-ການລ້ຽງທີ່ສະອາດປອດສານພິດໃຫ້ຫລາຍຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ມອບເສື້ອກັນຫນາວ ແລະ ຜ້າຫົ່ມ ໃຫ້ແຂວງຜົ້ງສາລີ ລວມມູນຄ່າ 19 ລ້ານກີບ ແລະ ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານສູນກາງສະຫະພັນແມ່ຍິງລາວ ກໍໄດ້ມອບເງິນຈຳນວນ 10 ລ້ານກີບໃຫ້ແຂວງດັ່ງກ່າວອີກດ້ວຍ.

