ຄໍາມ່ວນ ເຜີຍແຜ່ກົດໝາຍວ່າດ້ວຍສິລະປະການສະແດງ

​ເມື່ອ​ບໍ່​ດົນ​ມາ​ນີ້,​ ພະແນກຖະ​ແຫລ​ງຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ (ຖວທ) ແຂວງຄໍາມ່ວນ ​ໄດ້ຈັດຕັ້ງການ​ເຜີຍ​ແຜ່ກົດໝາຍວ່າດ້ວຍສິລະປະການສະແດງ ໃຫ້ພະນັກງານວິຊາການ, ຫົວໜ່ວຍທຸລະກິດ, ຜູ້ປະກອບການດ້ານສິລະປະວັນນະຄະດີຕ່າງໆ ໄດ້ເຂົ້າໃຈເລິກເຊິ່ງກ່ຽວກັບນິຕິກໍາ ຫລື ລະບຽບກົດໝາຍ, ຫລັກການເພື່ອເປັນບ່ອນອີງຢ່າງຖືກຕ້ອງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ໂອກາດ​ນີ້, ກໍໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າ​ດ້ວຍການປະກາດໃຊ້ກົດໝາຍວ່າດ້ວຍສິລະປະການສະແດງ, ມະຕິຂອງກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍດັ່ງກ່າວ, ​ເຊິ່ງປະກອບມີທັງໝົດ 10 ພາກ, 74 ມາດຕາ ທີ່ໄດ້ລະບຸເຖິງຄວາມໝາຍຄວາມສໍາຄັນ ແລະ ຂໍ້ກໍານົດ, ຂໍ້ຫ້າມຕ່າງໆ ເພື່ອແນໃສ່ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ຕິດພັນກັບຂົງເຂດ ຖວທ ໃຫ້ໄດ້ຮັບການແກ້ໄຂໂດຍສອດຄ່ອງກັບລະບຽບກົດໝາຍ.