ຊານ ອາດຕ້ອງຜ່າຕັດ ພາດຊ່ວຍ ຢູເວນຕຸສ ພົບ ແມນຢູ

ຢູເວນຕຸສ ລະບຸເອງ ເອັມເຣ່ ຊານ ອາດຈະຕ້ອງຜ່າຕັດ ເພື່ອເອົາກ້ອນບໍລິເວນຄໍອອກ ແລະ ອາດເຮັດໃຫ້ລາວພາດເກມ ແຊມປ້ຽນລີກ ກັບ ແມນເຊສເຕີ ຢູໄນເຕັດ.
ຢູເວນຕຸສ ສະໂມສອນຍັກໃຫຍ່ແຫ່ງວົງການ ກັລໂຊ່ ເຊເຣຍ ອາ ອີຕາລີ ຖະແຫລງວ່າ: ເອັມເຣ່ ຊານ ກອງກາງຊາວເຢຍລະມັນ ອາດຈະຕ້ອງຮັບການຜ່າຕັດ ຫລັງຈາກຖືກກວດພົບວ່າມີກ້ອນເກີດຂຶ້ນບໍລິເວນຄໍຂອງລາວ.

