ຊາລາ-ຟານໄດ ຟິດທັນເກມພົບ ຮັດເດິຟິລ

ໂມຮາເໝັດ ຊາລາ ແລະ ເຟີກິລ ຟານໄດ 2 ນັກເຕະຄົນສຳຄັນຂອງ ລິເວີພູລ ຈະຟິດທັນຊ່ວຍທີມໃນເກມ ພຣີເມຍລີກ ອັງກິດ ນັດທີ່ຕົ້ນສັງກັດໄປຢາມ ຮັດເດິຟິລ ທາວ ໃນວັນທີ 20 ຕຸລານີ້. ຕາມລາຍງານຂອງ ເດິ ຊັນ ສື່ຊື່ດັງຂອງອັງກິດ.
ຊາລາ ກັບ ຟານໄດ ໄດ້ຮັບບາດເຈັບຈາກຕອນໄປຮັບໃຊ້ບ້ານເກີດຂອງຕົນເອງ ໂດຍອາການເຈັບຂອງ ຊາລາ ກ່ຽວກັບກ້າມຊີ້ນເຄັ່ງ, ສ່ວນ ຟານໄດ ເຈັບບໍລິເວນກົ້ນ ຈົນເຮັດໃຫ້ກ່ອນໜ້ານີ້ມີການຢ້ານກັນວ່າ ພວກເຂົາຈະບໍ່ໄດ້ລົງຫລິ້ນໃຫ້ຕົ້ນສັງກັດໃນນັດນີ້.
ທັງນີ້, ເດິ ຊັນ ກ່າວວ່າ: ຊາລາ ຈະກັບມາຊ້ອມໄດ້ໃນວັນທີ 18 ຕຸລານີ້ ຫລັງຈາກຜົນກວດສະແດງໃຫ້ເຫັນວ່າອາການເຈັບຂອງລາວບໍ່ໄດ້ຮ້າຍແຮງແຕ່ຢ່າງໃດ ແລະ ບໍ່ມີບັນຫາອື່ນໆເພີ່ມອີກ ເຊິ່ງຖືເປັນອີກ 1 ຂ່າວດີຂອງ ລິເວີພູລ ເພາະກ່ອນໜ້ານີ້ ມີລາຍງານວ່າ ເຈມ ມິລເນີ ກອງກອງຊາວອັງກິດ ເຊົາບາດເຈັບຢູ່ເອັນຫລັງຫົວເຂົ່າໄວເກີນຄາດ ແລະ ມີສິດຊ່ວຍທີມໃນເກມກັບ ຮັດເດິຟິວ ນຳອີກ.

