ທຶນມະນຸດ: ສປປ ລາວ ຮີບຟ້າວແລ່ນໄວ

ເຖິງວ່າ ສປປລາວ ຈະມີຕົ້ນທຶນທາງດ້ານຊັບພະຍາກອນທຳມະຊາດຢ່າງຫຼວງຫຼາຍ ແຕ່ການພັດທະນາປະເທດຊາດທີ່ເຂັ້ມແຂງ, ຍືນຍົງ ແລະມີຄວາມສາມາດໃນການແຂ່ງຂັນ ມັນຂຶ້ນກັບຕົ້ນທຶນມະນຸດຕ່າງຫາກ ເຊິ່ງສປປລາວເຮົາຍັງຕ້ອງລົງທຶນໃສ່ຕຶ່ມຢ່າງຫຼວງຫຼາຍ.
ຈາກການເປີດເຜີຍຂອງທະນາຄານໂລກ ເມື່ອວັນທີ 11 ຕຸລາ 2018 ທີ່ຜ່ານມາ ກ່ຽວກັບການຈັດລຳດັບ ດັດສະນີ ທຶນມະນຸດ (Human Capital Index) ໃຫ້ຮູ້ວ່າ ສປປລາວ ຈັດຢູ່ໃນລຳດັບທີ 112 ຂອງທັງໝົດ 157 ປະເທດທີ່ໄດ້ສຳຫຼວດ ເຊິ່ງນັບວ່າ : ຕ່ຳທີ່ສຸດ ໃນບັນດາປະເທດສະມາຊິກອາຊຽນ ເຊິ່ງສປປລາວ ໄດ້ຄະແນນພຽງ 0,45 ຈາກຄະແນນເຕັມ 1. ໃນນັ້ນ ສິງກະໂປ ຄອງລຳດັບໜຶ່ງຂອງໂລກ ໂດຍມີຄະແນນ 0,88, ນອກນັ້ນ ຫວຽດນາມ ແມ່ນຈັດໃນລຳດັບທີ 48, ກຳປູເຈຍ ລຳດັບທີ 99 ແລະ ມຽນມາ ລຳດັບທີ 107 ຖືວ່າໃນພູມິພາກນີ້ ລາວເຮົາໄດ້ຮັບຄະແນນໜ້ອຍກວ່າໝູ່!
ທຶນມະນຸດແມ່ນຫຍັງ? ຄວາມຈິງແລ້ວດັດສະນີ ທຶນມະນຸດນີ້ ແມ່ນໂຄງການໜຶ່ງຂອງທະນາຄານໂລກ ທີ່ພະຍາຍາມສະແດງໃຫ້ເຫັນວ່າ ການລົງທຶນໃສ່ການພັດທະນາຊັບພະຍາກອນມະນຸດ ອັນທີ່ ເປັນຕົ້ນທຶນ ແກ່ການພັດທະນາເສດຖະກິດ-ສັງຄົມນັ້ນ ມີຄວາມສຳຄັນສ່ຳໃດ, ໂດຍໄດ້ມຸ່ງເນັ້ນໃສ່ ສອງຂະແໜງການທີ່ເປັນປັດໄຈພື້ນຖານໃນວັດແທກ ຄື ຂະແໜງການສຶກສາ ແລະ ສາທາລະນະສຸກ.
ໃນນັ້ນ ມີ 5 ຕົວຊີ້ວັດຕົ້ນຕໍ ຄື ຂະແໜງການສຶກສາ ມີ 2 ປັດໄຈເຊັ່ນ: ການໄດ້ເຂົ້າຮຽນຕາມເກນອາຍຸ ແລະ ຄຸນນະພາບ ການຮຽນຮູ້, ຂະແໜງສາທາລະນະສຸກ ມີ 3 ປັດໄຈຄື ການເກີດມີຊີວິດທີ່ປອດໄພຂອງເດັກແດງ, ການເຕີບໃຫຍ່ດ້ວຍສຸຂະພາບ ທີ່ແຂງແຮງສົມບູນ ແລະການມີຊີວິດຫຼອດຂອງຜູ້ໃຫຍ່ ເຊິ່ງ ທັງ 5 ປັດໄຈ ປະກອບມາເປັນ ທຶນມະນຸດ.
ສຳລັບການມີຊີວິດຢູ່ນັ້ນໝາຍເຖິງວ່າ ເດັນນ້ອຍຜູ້ໜຶ່ງເມື່ອເກີດອອກມາແລ້ວ ຈະມີຊີວິດແຂງແຮງ ມີຊີວິດຢູ່ຈົນຮອດມື້ເຂົ້າໂຮງຮຽນບໍ່ ?, ແລະຈະສາມາດ ມີທັກສະການອ່ານ ການຂຽນທີ່ຄ່ອງແຄ້ວ, ມີຄວາມໝັ້ນໃຈໃນການແກ້ບັນຫາ ແລະສາມາດກ້າວໄປເຖິງການຮຽນ ສາຍວິຊາຊີບໄດ້ແນວໃດ ແລະ ພ້ອມກັນນັ້ນ ນັບແຕ່ມື້ເກີດ ຂອງຄົນຜູ້ນັ້ນໆ ຈະສາມາດເຕີບໃຫຍ່ດ້ວຍສຸຂະພາບແຂງແຮງ, ໄດ້ຮັບໂພຊະນາການທີ່ດີ ແລະ ມີສະພາບແວດລ້ອມ ທີ່ເອື້ອອຳນວຍ ເປັນຕົ້ນຄອບຄົວບໍ່?
ເປັນຫຍັງ ທຶນມະນຸດຈຶ່ງສຳຄັນ? ເຖິງວ່າພວກເຮົາຈະມີຊັບສົມບັດ ທີ່ທາງທຳມະຊາດດົນບັນດານມາໃຫ້ຢ່າງອຸດົມສົມບູນ ກໍຕາມ ແຕ່ທຶນມະນຸດແມ່ນປັດໄຈສຳຄັນ ແລະເປັນພື້ນຖານແກ່ການພັດທະນາເສດຖະກິດ-ສັງຄົມຂອງທຸກປະເທດທົວໂລກ ໂດຍມີຕົວຢ່າງປະຈັກຕາຫຼາຍມາແລ້ວ ເຖິງວ່າປະເທດໃດໜຶ່ງຈະບໍ່ມີຊັບພະຍາກອນທຳມະຊາດຫຼວງຫຼາຍ ແຕ່ກາຍເປັນປະເທດທີ່ຮັ່ງມີໄດ້ ຍ້ອນຕົ້ນທຶນມະນຸດສູງ ຄືດັ່ງສິງກະໂປ, ຍີ່ປຸ່ນ ແລະອື່ນໆ ແຕ່ກົງກັນຂ້າມຫຼາຍປະເທດ ທີ່ຮັ່ງມີ ທາງດ້ານຊັບພະຍາກອນທຳມະຊາດ ທີ່ສາມາດສ້າງເປັນເມັດເງິນໄດ້ເຫັນໆ ແຕ່ປະເທດ ແລະປະຊາຊົນຍັງທຸກຍາກ ເຊັ່ນ ປະເທດ ຊີຣີ ທີ່ຮັ່ງມີນ້ຳມັນ, ປະເທດກາບົງ ທີ່ຮັ່ງທາງດ້ານປ່າໄມ້ ແລະຊັບພະຍາກອນທຳມະຊາດອື່ນໆ ແຕ່ສອງປະເທດນີ້ ຍັງມີປະຊາຊົນທຸກຍາກຫຼາຍ.
ແຕ່ພ້ອມກັນນັ້ນ ເຮົາກໍເຫັນວ່າ ຫຼາຍປະເທດໃນໂລກ ຮັ່ງມີ ຍ້ອນເຂົາເຈົ້າມີທັງສອງຢ່າງ ຄື ທຶນມະນຸດ ແລະທຶນຊັບພະຍາກອນທຳມະຊາດ ເຊັ່ນ ປະເທດ ອົດສະຕຣາລີ ທີ່ຮັ່ງມີທາງດ້ານບໍ່ແຮ່ ແລະ ຄົນມີຄວາມຮູ້ ເຊັ່ນດຽວກັບ ປະເທດການາດາ ທີ່ຮັ່ງມີທາງດ້ານນ້ຳມັນ.
ເປັນສິ່ງຈະແຈ້ງວ່າ ສປປລາວເຮົາ ມີພຽບພ້ອມແລ້ວ ທາງດ້ານຊັບພະຍາກອນທຳມະຊາດ ແຕ່ພວກເຮົາຕ້ອງສ້າງ ທຶນມະນຸດຂຶ້ນມາຢ່າງເຂັ້ມແຂງ ແລະໄວວາ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນ ແລະສ້າງຄວາມເຊື່ອໝັ້ນຕໍ່ບັນດາປະເທດ ທີ່ຢາກຮ່ວມມື ໃນການພັດທະນາກັບພວກເຮົາ, ເຂົ້າໃຈວ່າ ລັດຖະບານ ໄດ້ຫຼິງເຫັນຄວາມສຳຄັນຂອງວຽກງານນີ້ມາແຕ່ກ່ອນກີ້ແລ້ວ ເຊັ່ນວ່າ ຖືເອົາການພັດທະນາ ຊັບພະຍາກອນມະນຸດ ເປັນໜຶ່ງໃນສີ່ຂອງການບຸກທະລຸ ແຕ່ຂໍໃຫ້ວຽກງານນີ້ກ້າວໜ້າ ຢ່າງວ່ອງໄວ ຕາມວິໄສທັດຂອງການພັດທະນາຍືນຍົງ-ສີຂຽວ, ການລົງທຶນໃສ່ ເພື່ອສ້າງທຶນມະນຸດໃນມື້ນີ້ ຈະມີຜົນດີ ໃນມື້ໜ້າ, ບໍ່ຄຳວ່າ “ນ້ຳຕາເຊັດຫົວຂົ່ວແນ່ນອນ”!

