ໂນວັກ ຄວ້າແຊ້ມເທັນນິສ ຊຽງໄຮ້ ມາສເຕີ 4 ສະໄຫມ

ໂນວັກ ໂຢໂຄວິກ (Novak Djokovic) ນັກເທັນນິສຊາວເຊີເບຍ (ແຊກບີ້) ໄວ 31 ປີ ແຊ້ມແກຣນສະແລມ 14 ສະໄຫມ ກາຍເປັນຄົນທຳອິດສາມາດຄວ້າແຊ້ມເທັນນິສ ATP Shanghai Masters 4 ສະໄຫມ ຫລັງຈາວັນທີ 14 ຕຸລາ ເອົາຊະນະ ບໍຣນ້າ ໂຄຣິກ (Borna Ćorić) ນັກເທັນນິສ ໄວ 21 ປີ ຊາວໂຄເອເຊຍ (ໂຄຣອາຊີ) 2-0 ເຊັດ: 6-3, 6-4.
ໂນວັກ ຊະນະ 18 ນັດຕິດຕໍ່ກັນ ແລະ ໄດ້ແຊ້ມລາຍການນີ້ ໂດຍບໍ່ເສຍເຊັດຈາກ 5 ນັດທີ່ລົງແຂ່ງຂັນ ຮັບຂັນແຊ້ມ ພ້ອມເງິນລາງວັນ 1.360.650 ໂດລາສະຫະລັດ ແລະ ຄະແນນສະສົມ 1.000 ຄະແນນ ແຊງ ໂຣເຈີ ເຟດເດີເຣີ ເປັນມື 2 ຂອງໂລກ ໃນອາທິດນີ້.
ໂນວັກ ໄດ້ແຊ້ມ ATP Shanghai Masters 4 ສະໄຫມ 2012, 2013, 2015 ແລະ 2018 ກາຍເປັນຄົນທຳອິດໄດ້ແຊ້ມລະດັບ ເອທີພີ ມາສເຕີ 1.000 ເຖິງ 9 ລາຍການ.
