ບັນດາປະເທດສະມາຊິກອາຊຽນ ເພີ່ມທະວີຮ່ວມມືດ້ານການຄຸ້ມຄອງໄພພິບັດ

ຂປລ. ກອງປະຊຸມລະດັບລັດຖະມົນຕີ ກ່ຽວກັບການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 6 ແລະ ກອງປະຊຸມປິ່ນອ້ອມອື່ນໆ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 1-4 ຕຸລານີ້ ທີ່ເມືອງ ປຸຕຣາຈາຢາ ປະ ເທດມາເລເຊຍ ເພື່ອສົ່ງເສີມການຮ່ວມມືດ້ານການຄຸ້ມຄອງໄພພິບັດ ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນຂ່າວສານ ແລະ ໃຫ້ການຊ່ວຍເຫລືອຕອບໂຕ້ໄພພິບັດໃນຂົງເຂດພາກພື້ນ.
ກອງປະຊຸມດັ່ງກ່າວ, ຍັງໄດ້ທົບທວນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ກິດຈະກຳຂອງສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍ ຖະແຫລງການອາຊຽນ ວ່າດ້ວຍໜຶ່ງອາຊຽນ, ໜຶ່ງການຕອບໂຕ້ “ອາຊຽນຮ່ວມກັນເປັນໜຶ່ງດຽວ ໃນການຕອບໂຕ້ໄພພິບັດ ທັງໃນ ແລະ ນອກພາກພື້ນອາຊຽນ”, ວຽກງານຄຸ້ມຄອງບໍລິຫານກອງທຶນອາຊຽນ ເພື່ອຊ່ວຍເຫລືອໄພພິບັດສຸກເສີນແລະ ກອງທຶນມະນຸດສະທຳອາຊຽນ. ພ້ອມດຽວກັນນັ້ນ, ກໍ່ພ້ອມກັນປຶກສາຫາລືວຽກງານຮ່ວມມື ແລະ ການລະດົມທຶນຈາກບັນດາປະເທດຄູ່ເຈລະຈາ ເພື່ອມາສົ່ງເສີມການຈັດຕັ້ງປະຕິບັດແຜນປະຕິບັດງານ ຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ, ການປະຕິບັດຊ່ວຍເຫລືອມະ ນຸດສະທໍາ ແລະ ບັນເທົາທຸກໄພພິບັດສຸກເສີນ, ແລະ ການສ້າງຄວາມອາດສາມາດ ໃຫ້ແກ່ທີມງານປະເມີນຜົນຮີບດ່ວນຂອງອາຊຽນ.
ໃນກອງປະຊຸມຄັ້ງນີ້, ຍັງມີກອງປະຊຸມທີ່ປິດອ້ອມເຊັ່ນ: ກອງປະຊຸມລັດພາຄີຕໍ່ສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ ຄັ້ງທີ 7, ກອງປະຊຸມ ຄະນະກໍາມະການຄຸ້ມຄອງໄພພິບັດອາຊຽນຄັ້ງທີ 33, ກອງປະຊຸມ ສະພາບໍລິຫານສູນປະສານງານອາຊຽນ ເພື່ອຊ່ວຍເຫລືອດ້ານມະນຸດສະທຳຄັ້ງທີ 9, ກອງປະຊຸມຄະນະກໍາມະການຮ່ວມ ເພື່ອເສີມຂະຫຍາຍຂອບການຮ່ວມມືອາຊຽນ ໃນວຽກງານຊ່ວຍເຫລືອດ້ານມະນຸດສະທໍາ ແລະ ການບັນເທົາທຸກໄພພິບັດ ຄັ້ງທີ 10.
ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ກ່າວສະແດງຂອບໃຈມາຍັງບັນດາປະເທດສະ ມາຊິກອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫລືອທາງດ້ານວັດຖຸອຸປະກອນ, ເຄື່ອງອຸປະໂພກ-ບໍລິໂພກ, ເງິນ ແລະ ເຕັກນິກວິຊາການແກ່ ສປປ ລາວ ໃນໄລຍະການຕອບໂຕ້ໄພນ້ຳຖ້ວມ ໂດຍສະເພາະແມ່ນເຫດການໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື. ພ້ອມດຽວກັນ, ກໍ່ໄດ້ແຈ້ງໃຫ້ກອງປະຊຸມ ສຳລັບຄວາມສໍາຄັນຂອງວຽກງານຄຸ້ມຄອງໄພພິບັດ ແລະ ການເພີ່ມທະວີການຮ່ວມມືຂອງທຸກພາກສ່ວນໃນການກຽມຄວາມພ້ອມ, ການປ້ອງກັນເພື່ອຫລຸດຜ່ອນຄວາມເສຍຫາຍ, ການຕອບໂຕ້ຊ່ວຍເຫລືອສຸກເສີນຕໍ່ໄພພິບັດ ແລະ ການຟື້ນຟູຫລັງໄພພິບັດ ທີ່ຮັບປະກັນຄວາມປອດໄພ ແລະ ຄວາມສູນເສຍ ທີີ່ອາດຈະເກີດຂຶ້ນໃນອານາຄົດໃນຕໍ່ໜ້າໃຫ້ດີທີ່ສຸດ.

