ທຣຳ ສັ່ງໄລ່ຜູ້ອຳນວຍການ FBI ອອກກະທັນຫັນ


ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ມີຄຳສັ່ງໄລ່ທ່ານ ເຈມສ໌ ຄໍມີ ຜູ້ອຳນວຍການສຳນັກງານສອບສວນກາງ ຫລື FBI ອອກຈາກຕຳແໜ່ງ ດ້ວຍສາເຫດທີ່ທ່ານດຳເນີນການແບບບໍ່ເໝາະສົມຕໍ່ການສືບສວນກໍລະນີນາງ ຮິວລາຣີ ຄລີນຕັນ ໃຊ້ອີເມລສ່ວນຕົວຂະນະດຳລົງຕຳແໜ່ງລັດຖະມົນຕີຕ່າງປະເທດ.
ຜູ້ນຳອາເມລິກາລະບຸໃນໜັງສືທີ່ແຈ້ງໄປຫາຜູ້ອຳນວຍການ FBI ວ່າ: ທ່ານເຫັນພ້ອມຈະປະຕິບັດຕາມຄຳແນະນຳຂອງທ່ານ ເຈບ ເຊສຊັນ ລັດຖະມົນຕີຍຸຕິທຳ ທີ່ຊີ້ວ່າທ່ານ ຄໍມີ ບໍ່ສາມາດປະຕິບັດໜ້າທີ່ຜູ້ນຳຂອງ FBI ຢ່າງມີປະສິດທິພາບຕໍ່ໄປໄດ້ ແລະ ຈຳເປັນຕ້ອງມີການເລີ່ມຕົ້ນໃໝ່ເພື່ອໃຫ້ການເຮັດວຽກຂອງ FBI ສອດຄ່ອງກັບມາດຕະຖານລະບຽບວິໄນໃນລະດັບສູງ ລວມທັງສອດຄ່ອງກັບການຍຶດໝັ້ນຕົວບົດກົດໝາຍ ແລະ ຄວາມຊື່ສັດມີຈະລິຍະທຳທີ່ທາງກະຊວງຍຸຕິທຳອາເມລິກາຍຶດໝັ້ນມາໂດຍຕະຫລອດ.
ທ່ານ ຄໍມີ ຖືກກ່າວຫາວ່າຂີ້ຕົວະຕໍ່ຄະນະກຳມາທິການຍຸຕິທຳຂອງວຸດທິສາພາໃນອາທິດຜ່ານມາ ໂດຍທ່ານໃຫ້ການວ່າ: ທ່ານນາງ ຮູມາ ອາເບດິນ ຜູ້ຊ່ວຍຄົນໃກ້ຊິດຂອງທ່ານນາງ ຄລີນຕັນ ໄດ້ສົ່ງອີເມລທີ່ມີຄວາມລັບຂອງທາງການລວມຢູ່ນຳ “ຫລາຍຮ້ອຍຫລາຍພັນສະບັບ” ໄປໃຫ້ອະດີດຜົວ ເພື່ອພິມລົງເຈ້ຍ ເຊິ່ງເປັນການກະທຳໂດຍປະໝາດທີ່ອາດເຮັດໃຫ້ຄວາມລັບຂອງທາງການຮົ່ວໄຫລໄດ້. ເຖິງຢ່າງໃດກໍຕາມ, ທາງຜູ້ຊ່ວຍຜູ້ອຳນວຍການ FBI ໄດ້ມີຈົດໝາຍຊີ້ແຈງຕໍ່ຄະນະກຳມາທິການວຸດທິສະພາໃນເວລາຕໍ່ມາວ່າ: ທ່ານນາງ ອາເບດິນ ໄດ້ສົ່ງອີເມລດັ່ງກ່າວໄປພຽງ 2 ສະບັບເທົ່ານັ້ນ.
ສ່ວນທ່ານ ຣ໊ອດ ໂຣເຊນສໄຕ ລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ ຖະແຫລງວ່າ: ຫລາຍຝ່າຍທີ່ກ່ຽວຂ້ອງເຫັນພ້ອມກັນວ່າທ່ານ ຄໍມີ ກະທຳຜິດ ໂດຍໄດ້ປະກາດຢຸດການສອບສວນກໍລະນີອີເມລຂອງທ່ານນາງ ຄລີນຕັນ ໃນກາງປີ 2016, ແຕ່ພັດມາເປີດການສອບສວນຄືນໃໝ່ຂຶ້ນພຽງ 11 ວັນກ່ອນການເລືອກຕັ້ງປະທານາທິບໍດີອາເມລິກາ ເຊິ່ງຖືເປັນການປະຕິບັດໜ້າທີ່ຂອງລັດຖະມົນຕີຍຸຕິທຳໂດຍລຳພັງ ທັງຍັງເປັນການເປີດເຜີຍຂໍ້ມູນທີ່ສ້າງຄວາມເສຍຫາຍຕໍ່ທ່ານນາງ ຄລີນຕັນ ໂດຍບໍ່ມີຄວາມຈຳເປັນແຕ່ຢ່າງໃດ.

ເຖິງຢ່າງໃດກໍຕາມ, ສະມາຊິກພັກເດໂມແຄຣດຫລາຍທ່ານເບິ່ງວ່າ: ການສັ່ງໄລ່ອອກທ່ານ ຄໍມີ ແບບກະທັນຫັນນີ້ ອາດຈະບໍ່ມີສາເຫດມາຈາກກໍລະນີຂອງທ່ານນາງ ຄລີນຕັນ, ແຕ່ມີການອ້າງເຖິງເຫດດັ່ງກ່າວເພື່ອປົກປິດຈຸດປະສົງຂອງທ່ານ ທຣຳ ທີ່ບໍ່ຕ້ອງການໃຫ້ມີຄວາມຄືບໜ້າໃນການສືບສວນຄະດີທີ່ກ່ຽວຂ້ອງກັບທ່ານ ເຊັ່ນກໍລະນີຣັດເຊຍແຊກແຊງການເລືອກຕັ້ງປະທານາທິບໍດີອາເມລິກາ ແລະ ກໍລະນີທີ່ທີມຫາສຽງຂອງທ່ານ ທຣຳ ຫລາຍຄົນລັກລອບຕິດຕໍ່ກັບເຈົ້າໜ້າທີ່ຣັດເຊຍ.
ທ່ານ ຄໍມີ ອາຍຸ 56 ປີ ໄດ້ຮັບການແຕ່ງຕັ້ງເປັນຜູ້ອຳນວຍການ FBI ເມື່ອ 4 ປີກ່ອນ ແລະ ຍັງມີເວລາອີກ 6 ປີໃນການດຳລົງຕຳແໜ່ງກ່ອນໝົດວາລະ. ເຖິງຢ່າງໃດກໍຕາມ, ທຳນຽບປະທານາທິບໍດີອາເມລິກາບອກວ່າ: ຈະເລີ່ມຂະບວນການຄັດເລືອກຜູ້ອຳນວຍການ FBI ຄົນໃໝ່ໃນທັນທີ.

