ເນມາ ຂຶ້ນແທ່ນນັກເຕະບຣາຊິລ ຍິງຫລາຍສຸດໃນ ແຊມປ້ຽນລີກ

ເນມາ ກອງໜ້າຂອງ ປາຣີສ ແຊງແຊກແມງ ຍອດສະໂມສອນບານເຕະແຫ່ງ ລີກ ເອິງ ຝຣັ່ງ ກ້າວຂຶ້ນມາເປັນຜູ້ຫລິ້ນຊາວບຣາຊິລທີ່ຍິງປະຕູໃນ ຢູຟາ ແຊມປ້ຽນລີກ ຫລາຍທີ່ສຸດແລ້ວ ໃນຈຳນວນ 30 ລູກ ເທົ່າກັບ ກາກ້າ ອະດີດຍອດເພລເມກເກີຂອງ ເອຊີ ມິລານ.
ດາວເຕະທີມຊາດບຣາຊິລໄວ 26 ປີ ກ້າວຂຶ້ນມາຢູ່ເບີໜຶ່ງຮ່ວມກັບ ກາກ້າ ຫລັງຈາກຍິງແຮດທຣິກຊ່ວຍ ເປແອສເຊ ເປີດບ້ານເອົາຊະນະ ເຊີເວນາ ຊາເວຊດ້າ 6-1 ໃນເກມຮອບແບ່ງກຸ່ມ ກຸ່ມ ຊີ ນັດສອງ ໃນວັນທີ 3 ຕຸລາຜ່ານມາ ຮອງລົງມາຄື ຣິວັລໂດ້ ຕຳນານ ບາເຊໂລນາ ທີ່ຍິງໄປ 27 ປະຕູ.

