ກະຕັນຍູກະຕະເວທີຕໍ່ຄູ-ອາຈານຜູ້ທີ່ມີບຸນຄຸນ

 ໂດຍ: ທິດກ່ຳ 

ພວກເຮົາທຸກຄົນ, ທີ່ໄດ້ ຜ່ານ ຈາກການສຶກສາຮ່ຳຮຽນຕັ້ງ ແຕ່ນ້ອຍເທົ່າໃຫຍ່, ກ້າວຂຶ້ນ ຈົນເຕີບໃຫຍ່ກາຍເປັນຜູ້ມີວິຊາ ຄວາມຮູ້, ມີວິຊາອາຊີບທີ່ແຕກ ຕ່າງກັນ ແລະ ພ້ອມດຳລົງຄົງ ຕົວຢູ່ໃນສັງຄົມລ້ວນແຕ່ໄດ້ ຜ່ານ ສຶກສາຮ່ຳຮຽນຈາກຄູ-ອາຈານ ດ້ວຍກັນທັງນັ້ນ.

ຄນລ ຈັດງານສະຫລອງວັນຄູແຫ່ງຊາດ2017/

ແຂວງບໍລິຄຳໄຊລະນຶກວັນຄູແຫ່ງຊາດ 7 ຕຸລາຄົບຮອບ 23 ປີ2017/

ເມື່ອຮຽນຈົບໃນສາຂາ ວິຊາຊີບທີ່ຕົນໄດ້ຮຽນມາແລ້ວ, ຕ່າງຄົນກໍຕ່າງດີ້ນຮົນຊອກຢູ່ ຫາກິນ ແລະ ປະກອບໜ້າ ທີ່ ການງານຕາມຖານະຕຳແໜ່ງ, ຕາມຄວາມຖະນັດ ແລະ ຄວາມ ສາມາດທີ່ຕົນມີເພື່ອລ້ຽງຊີບ.

ນອກຈາກນັ້ນ, ໃນການ ປະກອບອາຊີບຂອງແຕ່ລະຄົນ ກໍຍັງປະກອບໄປດ້ວຍເງື່ອນໄຂ ແລະ ປັດໄຈທັງພາຍໃນ, ພາຍ ນອກນັບທັງສະພາບແວດລ້ອມອ້ອມຂ້າງທີ່ແຕກຕ່າງກັນ ເຊິ່ງ ທັງໝົດນີ້ທາງ ປັດຊະຍາແຫ່ງ ຄວາມເຊື່ອເພິ່ນເອີ້ນວ່າດວງ ຊາຕາກຳ ຫລື ວ່າພົມລີຄິດຂອງ ໃຜຂອງມັນ, ແຕ່ອັນສຳທີ່ສຸດ ໂຕທີ່ເປັນກົກເຫງົ້າແກ່ນແທ້ ນັ້ນມັນແມ່ນປັນຍາ, ທັກສະ, ຄວາມຮູ້, ຄວາມສາມາດທີ່ບົ່ມ ຊ້ອນ ໃນຕົວເຮົາເອງເຊິ່ງໄດ້ ຜ່ານຂະບວນວິວັດໃນການສຶກ ສາຮ່ຳຮຽນມາຈາກຄູ-ອາຈານ ເປັນຜູ້ຖ່າຍທອດສິດສອນໃຫ້ ນັ້ນລະເປັນຫລັກ.

ເພາະສະນັ້ນ, ຈິ່ງເວົ້າໄດ້ ວ່າ ບຸນຄຸນຂອງຄູນັ້ນມັນມີຢ່າງ ລົ້ນເຫລືອຕໍ່ພວກເຮົາ ແລະ ປະເທດຊາດບ້ານ ເມືອງຕາມ ຫລັກທິດສະດີທາງໂລກ ແລະ ທາງທຳນັ້ນ ເພິ່ນເອີ້ນຄູບາ-ອາ ຈານວ່າ: ເປັນພໍ່ແມ່ຜູ້ທີສອງ ຂອງພວກເຮົາ, ເປັນຫຍັງຈຶ່ງ ວ່າແນວນັ້ນ? ຍ້ອນວ່າ ພໍ່ແມ່ທີ ໜຶ່ງເປັນຜູ້ໃຫ້ກຳເນີດ, ເປັນຜູ້ ລ້ຽງມາພາໃຫຍ່, ໝົດແກງ ຫລາຍໝໍ້, ໝົດເຂົ້າຫລາຍຕິບ ແລະ ໝົດເງິນຫລາຍລ້ານ.
ສ່ວນວ່າພໍ່ແມ່ຜູ້ທີສອງ ນັ້ນ, ເປັນຜູ້ສິດສອນໃຫ້ວິຊາ ຄວາມຮູ້, ຄວາມສາມາດ, ສາດ ຕະສິນ, ເປັນຜູ້ໃຫ້ປັນຍາປາລະ ມີ, ເມື່ອໃຫຍ່ຂຶ້ນມາຫລາຍ ເທົ່າໃດກໍນັບມື້ໄດ້ຮັບການສຶກ ສາຮ່ຳຮຽນຈາກຄູ-ອາຈານ ຜູ້ທີ່ ເກັ່ງກ້າສະຫລາດແຫລມ ຄົມໂດຍມີເປົ້າໝາຍເພື່ອໄປ ສ້າງສາ ແລະ ພັດທະນາຕົນ ເອງ ແລະ ປະເທດຊາດໃຫ້ຈະ ເລີນຮຸ່ງເຮືອງ ແລະ ກ້າວໜ້າ ຄືອາລິຍະປະເທດ ເຊິ່ງປັດຊະ ຍາທາງການ ເມືອງເພິ່ນເອີ້ນວ່າ ສ້າງຊັບພະຍາກອນມະນຸດ.

ໃນພາລະກິດທັງໝົດທີ່ ກ່າວມານີ້, ແມ່ນຄູ-ອາຈານເປັນ ຜູ້ແບກຫາບພາລະກິດຈາກ ຮຸ້ນສູ້ຮຸ້ນຕາມກົດເກນການຂະ ຫຍາຍຕົວເສດຖະກິດ-ສັງຄົມ ຂອງປະເທດໃນແຕ່ລະໄລຍະ.

ດ້ວຍເຫດ ແລະ ຜົນທີ່ໄດ້ ກ່າວມາຂ້າງເທິງນັ້ນ, ເພິ່ນຈຶ່ງ ເອີ້ນວ່າ: ຄູ-ອາຈານເປັນຜູ້ທີ່ ມີບຸນຄຸນ ຢ່າງລົ້ນພົ້ນຕໍ່ພວກ ເຮົາ ແລະ ປະເທດຊາດບ້ານ ເມືອງ, ດ້ວຍຄຸນງາມຄວາມ ດີດັ່ງທີ່ກ່າວມານັ້ນ, ພັກ ແລະ ລັດຖະບານເຮົາ ຈິ່ງໄດ້ຫຼີງເຫັນ ຄວາມສຳຄັນເປັນຍິ່ງໜັກຈຶ່ງ ກຳນົດເອົາວັນທີ 7 ຕຸລາ ເປັນ ວັນຄູແຫ່ງຊາດ.

ຕາມປົກກະຕິແລ້ວ, ໃນ ແຕ່ລະປີເມື່ອຮອດວັນດັ່ງກ່າວ ຂະແໜງການກ່ຽວຂ້ອງເຊັ່ນ: ພະແນກ ສຶກສາແຕ່ລະຂັ້ນ, ຕາມ ສະຖາບັນການສຶກສາແຫ່ງ ຕ່າງໆ ໂດຍສະເພາະຄູ-ອາຈານ ແລະ ນັກຮຽນ ໄດ້ພ້ອມກັນຈັດ ກິດຈະກຳທີ່ມີຄວາມໝາຍຕໍ່ ວັນ ດັ່ງກ່າວເຊັ່ນ: ຈັດກິດຈະກຳ ໄຫ້ວຄູ, ມອບຊໍ່ດອກໄມ້ ແລະ ຂອງຂວັນໃຫ້ຄູ-ອາຈານຢູ່ໃນ ຫ້ອງທີ່ຕົນໄ້ສຶກສາຮ່ຳຮຽນ, ສະແດງສິລະປະວັນນະຄະດີ ແລະ ຈັດກິດຈະກຳອື່ນໆ ທີ່ ເປັນການປູກຈິດສຳນຶກໃຫ້ນັກ ຮຽນຫລືຄົນຢູ່ໃນສັງຄົມໄດ້ ຮັບຮູ້ວ່າຄູບາ-ອາຈານເພິ່ນ ເປັນຜູ້ທີ່ມີບຸນຄຸນຕໍ່ພວກເຮົາ ແລະ ປະເທດຊາດ.

ນອກຈາກສິ່ງທີ່ ທິດກ່ຳ ໄດ້ຍົກມານີ້ແລ້ວ, ຜູ້ເພິ່ນໄດ້ເປັນ ເຈົ້າເປັນນາຍ, ເປັນພະນັກງານ, ເປັນນັກທຸລະກິດ, ສິດເກົ່າ ຫລື ໄດ້ປະກອບອາຊີບພໍກຸ້ມປາກ ກຸ້ມທ້ອງກໍຍ້ອນຄູ-ອາຈານ ເປັນຜູ້ໃຫ້ ຄວາມຮູ້ຄວາມຫລັກ ພາກັນຫຼີງເຫັນຄຸນງາມຄວາມ ດີກໍ່ໄດ້ພ້ອມກັນເຕົ້າໂຮມນ້ຳ ໃຈສາມັກຄີນຳເອົາວັດຖຸປັດ ໄຈໄປຊ່ວຍເຫລືອອຸປະຖຳໂຮງ ຮຽນ, ໄປກໍ່ສ້າງສ້ອມແປງໂຮງ ຮຽນ, ຂຸດນ້ຳບໍ່ກໍ່ສາລາໃຫ້ໂຮງ ຮຽນ ຫລື ໃຫ້ບ້ານສຸດແລ້ວ ແຕ່ເງື່ອນໄຂຕາມສັດທາ, ການ ກະທຳສິ່ງເຫລົ່ານີ້, ລ້ວນແລ້ວ ແຕ່ ເປັນການສະແດງໃຫ້ເຫັນ ເຖິງ ຄວາມກະຕັນຍູກະຕະເວທີ ຕໍ່ຜູ້ມີບຸນຄຸນ.

ຂໍໃຫ້ພາລະກິດຂອງຄູ- ອາຈານກາຍເປັນພາລະກິດທີ່ ຍິ່ງໃຫຍ່ເພື່ອຊາດ ແລະ ເພື່ອ ອານຸຊົນຮຸ້ນສືບທອດຕະ ຫລອດໄປ./.

(ພາບປະກອບ)