ນັກສຶກສາລາວ 2 ຄົນ ໄດ້ຮັບລາງວັນ ຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈໍາປີ 2018

ເມື່ອບໍ່ດົນມານີ້, ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈໍາປີ 2018 ໃຫ້ນັກສຶກສາລາວ 2 ຄົນ, ຊຶ່ງມອບໂດຍທ່ານ ອາກິລະ ໂກະໂຕະ ຜູ້ອໍານວຍການຝ່າຍບໍລິຫານມູນນິທິຮອນດາ, ມີທ່ານຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທັງເປັນປະທານຄະນະກໍາມະການຄັດເລືອກນັກສຶກສາເພື່ອຮັບລາງວັນ Honda Y-E-S ປະຈໍາສົກປີ 2017-2018 ແລະ ທ່ານ ກາຊຸຮິໂຣະ ກຸໂນະ ອຸປະທູດຍີ່ປຸ່ນ ປະຈໍາລາວ, ພ້ອມດ້ວຍພະນັກງານ, ວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນຈໍານວນຫຼາຍ.
ໂຄງການລາງວັນຮອນດາ ສໍາລັບວິສະວະກອນ ແລະ ນັກວິທະຍາສາດໜຸ່ມນ້ອຍ (Honda Y-E-S) ຢູ່ໃນຂົງເຂດອາຊີ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2006 ໂດຍມູນນິທິຮອນດາ ເນື່ອງໃນໂອກາດງານສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານ ໂຊອິຈິໂຣະ ຮອນດາ ຜູ້ກໍ່ຕັ້ງ ແລະ ອະດີດ ປະທານບໍລິສັດ ຮອນດາ ມໍເຕີ ແລະ ຜູ້ກໍ່ຕັ້ງມູນນິທິຮອນດາ ເພື່ອສົ່ງເສີມໃຫ້ຊາວໜຸ່ມນັກຮຽນຮູ້ໃຫ້ມີຄວາມຝັນ ແລະ ຄວາມມະນະອົດທົນ ຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆເພື່ອສ້າງຄວາມຝັນໃຫ້ເປັນຈິງ ດ້ວຍການປະກອບສ່ວນເຂົ້າໃນການເຮັດນະວັດຕະກໍາໃນດ້ານວິທະຍາສາດ ແລະ ເທັກໂນໂລຢີ ເພື່ອປະກອບສ່ວນເຂົ້າໃນພາລະກິດການພັດທະນາເສດຖະກິດແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ມູນນິທິຮອນດາ ໄດ້ເລີ່ມຈັດຕັ້ງລາງວັນ Honda Y-E-S ຢູ່ ປະເທດຫວຽດນາມເປັນຄັ້ງທໍາອິດ ໃນປີ 2006, ຂະຫຍາຍໄປປະເທດອິນເດຍໃນປີ 2007, ຂະຫຍາຍ ມາ ສປປ ລາວ ແລະ ກໍາປູເຈຍ ໃນປີ 2008 ແລະ ມຽນມາໃນປີ 2014. ປີນີ້, ເປັນປີທີ 11 ທີ່ໄດ້ຈັດຕັ້ງໂຄງການນີ້ ຢູ່ລາວ ໂດຍມີຜູ້ໄດ້ຮັບລາງວັນທັງໝົດ 22 ຄົນ, ຍິງ 11 ຄົນ.
ສໍາລັບການຄັດເລືອກຜູ້ໄດ້ຮັບລາງວັນ Honda Y-E-S ແມ່ນໄດ້ດໍາເນີນຢ່າງເປັນລະບົບ ໂດຍໄດ້ເປີດກວ້າງໃຫ້ນັກສຶກສາທີ່ມີຄຸນສົມບັດດີ, ຮຽນເກັ່ງ ໄດ້ຍື່ນໃບສະໝັກເຂົ້າສອບເສັງຊີງເອົາລາງວັນ, ເຊິ່ງການສອບເສັງຄັດເລືອກໃນປີນີ້ ແມ່ນເລີ່ມຈາກການປະຖົມນິເທດ ແລະ ເປີດຮັບຜູ້ສະໝັກເຂົ້າສອບເສັງເອົາລາງວັນ ໃນໄລຍະວັນທີ 15 ພຶດສະພາ ຫາ ວັນທີ 13 ມິຖຸນາ 2018 ມີຜູ້ສະໝັກທັງໝົດ 196 ຄົນ, ຍິງ 62 ຄົນ ຈາກ 3 ຄະນະວິຊາ ຄື: ຄະນະວິສະວະກໍາສາດ 113 ຄົນ, ຄະນະຊັບພະຍາກອນນໍ້າ 25 ຄົນ ແລະ ຄະນະວິທະຍາສາດທໍາມະຊາດ 58 ຄົນ. ຊຶ່ງຄະນະກໍາມະການຄັດເລືອກນັກສຶກສາ ໄດ້ມອບສິດໃຫ້ຄະນະບໍລິຫານຢູ່ແຕ່ລະຄະນະວິຊາ ຄັດເລືອກເອົາ 35 ຄົນ ເພື່ອເຂົ້າສອບເສັງຊີງລາງວັນ ປະກອບມີ 3 ຂັ້ນຕອນຄື: ການສອບເສັງພາກຂຽນບົດຄວາມເປັນພາສາລາວ ສໍາລັບ 35 ຄົນ (ໃນຕົວຈິງມີພຽງ 30 ຄົນເຂົ້າຮ່ວມການສອບເສັງ) ແລະ ໄດ້ຄັດເອົາ 20 ຄົນ ໄປຮ່ວມການສອບເສັງໃນຂັ້ນຕອນທີ 2 ຄື; ຈັດສອບເສັງພາກຂຽນບົດຄວາມເປັນພາສາອັງກິດ ສໍາລັບ 20 ຄົນ ແລະ ໄດ້ຄັດເລືອກເອົາ 15 ຄົນ ເພື່ອເຂົ້າຮ່ວມການສອບເສັງໃນຂັ້ນຕອນທີ 3 ຄື: ສອບເສັງສໍາພາດສໍາລັບ 15 ຄົນ ແລະ ສາມາດຄັດເລືອກເອົາຜູ້ຊະນະ 2 ຄົນ ຄື: ນາງ ທິດາທິບ ກຸນນາວົງ ນັກສຶກສາປີ 4 ສາຂາພະລັງງານນໍ້າ ພາກວິຊາໄຟຟ້າ ຄະນະວິສະວະສາດ ແລະ ນາງ ວາດສະໜາ ທໍາມະວົງສາ ນັກສຶກສາປີ 4 ສາຂາວິສະວະກໍາສິ່ງແວດລ້ອມ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ໂດຍໄດ້ຮັບຫຼຽນຄໍາ, ໃບຢັ້ງຢືນ ແລະ ເງິນລາງວັນມູນຄ່າ 20 ກວ່າລ້ານກີບ.

