ປະທານບໍລິສັດ ຈີພີ ລາວ ແອລເອັນຊີ ຈະສ້າງໂຮງຮຽນປະຖົມສົມບູນ 2 ແຫ່ງຢູ່ເມືອງສະໜາມໄຊ

ທ່ານ ທາເກມູຣະ (Takemura) ປະທານບໍລິສັດ ຈີພີ ລາວ ແອລເອັນຊີ (GP Lao Lnc) ເຊິ່ງຊຸກຍູ້ປະຊາຊົນລາວໃນເຂດພາກກາງປູກຜັກປອດສານພິດສົ່ງອອກໄປປະເທດຍີ່ປຸ່ນ ໄດ້ປະກາດຈະຊ່ວຍປຸກສ້າງໂຮງຮຽນປະຖົມສອງແຫ່ງຢູ່ເມືອງສະໜາມໄຊ ແຂວງອັດຕະປື.
ການປະກາດຊ່ວຍເຫລືອດັ່ງກ່າວມີຂຶ້ນໃນໂອກາດທ່ານ ທາເກມູຣະ ເຂົ້າຢ້ຽມຂໍ່ານັບທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ເມື່ອວັນທີ 23 ກັນຍານີ້, ພາຍຫລັງຮັບຊາບຂ່າວວ່າ: ເມືອງສະໜາມໄຊໄດ້ປະສົບໄພນ້ຳຖ້ວມຢ່າງຮຸນແຮງຈາກເຫດການສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດ 2018 ອັນໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ ແລະ ພື້ນຖານໂຄງລ່າງຢ່າງໜັກໜ່ວງ ລວມທັງໂຮງຮຽນຫລາຍຫລັງເປ່ເພເສຍຫາຍ. ດັ່ງນັ້ນ, ທາງບໍລິສັດຈຶ່ງມີຄວາມຕ້ອງການຊ່ວຍເຫລືອປຸກສ້າງໂຮງຮຽນປະຖົມຫລັງໃໝ່ 2 ແຫ່ງຢູ່ເມືອງດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການປັບປຸງວຽກງານການສຶກສາຂັ້ນພື້ນຖານໃນເຂດປະສົບໄພດີຂຶ້ນ. ນອກນີ້ ບໍລິສັດຍັງມີແຜນຈະຊ່ວຍຊຸກຍູ້ສົ່ງເສີມປະຊາຊົນແຂວງອັດຕະປືປູກກາເຟທີ່ມີຄຸນນະພາບ ເພື່ອສົ່ງອອກໄປປະເທດຍີ່ປຸ່ນອີກດ້ວຍ. ໃນໂອກາດນີ້, ທ່ານເຈົ້າແຂວງອັດຕະປື ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທາເກມູຣະ ທີ່ມີນ້ຳໃຈຈະຊ່ວຍສ້າງໂຮງຮຽນປະຖົມດັ່ງກ່າວ ເຊິ່ງເປັນການປະກອບສ່ວນເຮັດໃຫ້ເດັກນ້ອຍລູກຫລານຂອງປະຊາຊົນໃນເຂດປະສົບໄພໄດ້ມີໂອກາດຮໍ່າຮຽນ ເພື່ອອະນາຄົດທີ່ດີ, ພ້ອມທັງຊົມເຊີຍຕໍ່ແຜນການຊຸກຍູ້ໃຫ້ປະຊາຊົນຊາວແຂວງອັດຕະປືປູກກາເຟສົ່ງອອກໄປປະເທດຍີ່ປຸ່ນ ເຊິ່ງຈະເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ ແລະ ປັບປຸງຊີວິດການເປັນຢູ່ນັບມື້ດີຂຶ້ນ.
ທ່ານ ທາເກມູຣະ ໃຫ້ຮູ້ວ່າ: ປັດຈຸບັນ, ບໍລິສັດຂອງຕົນໄດ້ນຳເອົານະວັດຕະກຳໃໝ່ໃນການປູກພືດທີ່ໄດ້ຮັບຜົນດີມາໃຫ້ຊາວກະສິກອນແຂວງສະຫວັນນະເຂດນຳໃຊ້ ເພື່ອຍົກລະດັບຄຸນນະພາບການຜະລິດໃຫ້ສູງຂຶ້ນ ດ້ວຍການນຳໃຊ້ດິນເຜົາເຊລາມິກທີ່ມີພະລັງງານທຳມະຊາດ ຊ່ວຍປັບປຸງດິນໃຫ້ມີຄຸນນະພາບ ເຊິ່ງເຕັກນິກດັ່ງກ່າວແມ່ນໄດ້ຮັບຄວາມນິຍົມຢ່າງກວ້າງຂວາງໃນຂົງເຂດກະສິກຳຢູ່ຍີ່ປຸ່ນ.

