ອີຣານແນະນຳທ່ານ ທຣຳ ຖ້າຢາກໃຫ້ລາຄາ ນ້ຳມັນຫລຸດຕ້ອງເລີກຫຍຸ້ງກັບ ຕາເວັນອອກກາງ

ສຳນັກຂ່າວອິສນາຂອງອີຣານ ລາຍງານອ້າງທ່ານ ໄບຈານ ຊັນກາເນ ລັດຖະມົນຕີນ້ຳມັນອີຣານ ກ່າວໃນວັນທີ 26 ກັນຍາວ່າ: ຖ້າປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ຕ້ອງການສະກັດບໍ່ໃຫ້ລາຄານ້ຳມັນສູງຂຶ້ນຫລາຍກວ່ານີ້ ຄວນຢຸດການແຊກແຊງເລື່ອງພາຍໃນຕາເວັນອອກກາງ.
ລັດຖະມົນຕີນ້ຳມັນອີຣານ ກ່າວວ່າ: ທ່ານ ທຣຳ ພະຍາຍາມຢ່າງໜັກທີ່ຈະສະກັດການສົ່ງອອກນ້ຳມັນຂອງອີຣານ, ຂະນະທີ່ຕ້ອງຄວບຄຸມລາຄານ້ຳມັນໂລກບໍ່ໃຫ້ເພີ່ມຂຶ້ນ ເຊິ່ງທັງສອງເລື່ອງນີ້ບໍ່ສາມາດດຳເນີນການໄປພ້ອມກັນໄດ້. ທ່ານ ຊັນກາເນ ກ່າວວ່າ: ຖ້າຜູ້ນຳອາເມລິກາບໍ່ຕ້ອງການໃຫ້ລາຄານ້ຳມັນສູງຂຶ້ນ ແລະ ຕະຫລາດມີສະຖຽນລະພາບ ຄວນຢຸດການແຊກແຊງເລື່ອງພາຍໃນຕາເວັນອອກກາງ ແລະ ບໍ່ຂັດຂວາງການຜະລິດ ແລະ ການສົ່ງອອກນ້ຳມັນຂອງອີຣານ.
