ເປີດສາກທາງການ ກະຕໍ້ຊິງແຊ້ມໂລກ ທີ່ປະເທດໄທ ສປປ ລາວ ສົ່ງຊິງໄຊ 6 ລາຍການ

ການແຂ່ງຂັນກະຕໍ້ຊິງແຊ້ມໂລກ ລາຍການ King’s Cup Sepaktakraw World Championship 2018 ຊິງຂັນພະຣາດຊະທານເຈົ້າຊີວິດໄທ ຄັ້ງທີ 33 ເປີດສາກເປັນທາງການໃນວັນທີ 23 ກັນຍາຜ່ານມາ ທີ່ນະຄອນຣາດຊະສີມາ ປະເທດໄທ.
ການແຂ່ງຂັນຄັ້ງນີ້ ມີ 30 ກວ່າປະເທດເຂົ້າຮ່ວມ ຊິງໄຊທັງໝົດ 10 ລາຍການຄື: ທີມຊຸດຍິງ-ຊາຍ, ທີມດ່ຽວຍິງ-ຊາຍ, ທີມຄູ່ຍິງ-ຄູ່ຊາຍ, ທີມດ່ຽວ 4 ຄົນຍິງ-ຊາຍ ແລະ ກະຕໍ້ລອດບ້ວງສາກົນຍິງ-ຊາຍ. ສຳລັບ ສປປ ລາວ ສົ່ງຊິງໄຊ 6 ລາຍການປະກອບມີ: ທີມຊຸດຍິງ-ຊາຍ, ທີມດ່ຽວຍິງ, ທີມຄູ່ຊາຍ ແລະ ທີມດ່ຽວ 4 ຄົນຍິງ-ຊາຍ.
ຜົນງານດີສຸດຂອງກະຕໍ້ລາວໃນລາຍການນີ້ ໄດ້ຫລຽນທອງປະເພດຄູ່ຊາຍ ໃນປີ 2011. ຄະນະນັກກີລາກະຕໍ້ລາວຊຸດນີ້ ເປັນຊຸດເອຊຽນເກມ 2018 ຕັ້ງເປົ້າສູ້ຊົນໃຫ້ມີຫລຽນລາງວັນກັບບ້ານ.

