ກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 4 ສະໄໝທີ VII ຂອງ ສຊປລ

ກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 4 ສະໄໝທີ VII ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ໄຂຂຶ້ນໃນວັນທີ 20 ກັນຍາ ນີ້, ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຄະນະບໍລິຫານງານ, ຫົວໜ້າກົມ, ຮອງກົມ, ຄະນະຊາວໜຸ່ມກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມນໍາດ້ວຍ.
ສະຫາຍ ອາລຸນໄຊ ສູນນະລາດ ກ່າວວ່າ: ກອງປະຊຸມຄັ້ງນີ້, ສຸມໃສ່ຄົ້ນຄວ້າ ແລະ ຕົກລົງເປັນເອກະພາບຕໍ່ບົດສະຫລຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນຊາວໜຸ່ມທົ່ວປະເທດໃນໄລຍະກາງສະໄໝ, ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 3 ສະໄໝທີ VII ແລະ ທິດທາງແຜນການຄະນະບໍລິຫານງານ ສຊປລ ຄັ້ງທີ 4 ສະໄໝທີ VII, ຕີລາຄາການຜັນຂະຫຍາຍແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີຄັ້ງທີ I (7 ແຜນງານ 40 ໂຄງການ) ໃນໄລຍະກາງສະໄໝ, ຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວໃນໄລໄລຍະກາງສະໄໝ ແລະ ບົດສຳຫລວດການນຳພາ ຂອງຄະນະບໍລິການງານ ສຊປລ ໃນໄລຍະ 1 ປີຜ່ານມາ.
ໃນໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ໂດຍສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຍາດມາໄດ້ໃນໄລຍະຜ່ານມາ, ໂດຍສະເພາະຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນ, ຊາວໜຸ່ມເຍົາວະຊົນລາວບັນດາເຜົ່າໃນທົ່ວປະເທດໄດ້ມີການປັບປຸງການຈັດຕັ້ງ, ແບບແຜນວິທີຊີ້ນຳ-ນໍາພາວຽກງານຢ່າງເປັນລະບົບຕໍ່ເນື່ອງ, ອັນໄດ້ສ້າງຄວາມເຊື່ອໝັ້ນໃຫ້ພັກ-ລັດ ຕໍ່ກໍາລັງຊາວໜຸ່ມທີ່ຈະກາຍເປັນຜູ້ສືບທອດພາລະກິດຂອງຊາດໃນອະນາຄົດ.
