ອາດິດາສ ຕໍ່ສັນຍາສະໜັບສະໜູນ ເຢຍລະມັນຮອດປີ 2026

ສະຫະພັນບານເຕະເຢຍລະມັນ (ເດເອັຟເບ) ແລະ ອາດິດາສ ປະກາດຂະຫຍາຍອາຍຸສັນຍາການເປັນຜູ້ສະໜັບສະໜູນຂອງທີມຊາດເຢຍລະມັນອອກໄປຈົນຮອດປີ 2026 ໂດຍມີ ໄຣຮາດ ກຣິນເດິລ ປະທານສະຫະພັນບານເຕະເຢຍລະມັນ ແລະ ແຄສເປີ ຣໍສເຕດ ປະທານເຈົ້າໜ້າທີ່ບໍລິຫານຂອງອາດິດາສ ຮ່ວມສະແດງຄວາມຍິນດີໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດລະຫວ່າງສະຫະພັນບານເຕະທີ່ຍິ່ງໃຫຍ່ທີ່ສຸດ ແລະ ຜູ້ຜະລິດອຸປະກອນກິລາລະດັບໂລກ.
ທັງນີ້, ອາດິດາສ ແລະ ເດເອັຟເບ ໄດ້ຈັບມືຮ່ວມກັນມາເປັນເວລາຫລາຍກວ່າ 60 ປີ ໂດຍ ອາດິ ດາສເລີ ຜູ້ສ້າງຕັ້ງບໍລິສັດ ໄດ້ນັ່ງຢູ່ຄຽງຂ້າງກັບ ເຊບ ແອແບເກີ ໂຄ໊ດທີມຊາດເຢຍລະມັນ ໃນຄັ້ງທີມຊາດເຢຍລະມັນໃສ່ເກີບບານເຕະຂອງ ອາດິດາສ ສາມາດຄວ້າແຊ້ມໂລກໄດ້ສຳເລັດເປັນຄັ້ງທຳອິດ. ຕໍ່ຈາກນັ້ນເປັນຕົ້ນມາ ທັງສອງຝ່າຍຕ່າງກໍໄດ້ສະເຫລີມສະຫລອງຜົນສຳເລັດໃນການຄວ້າແຊ້ມຮ່ວມກັນ ທັງຈາກທີມບານເຕະຊາຍ ແລະ ທີມບານເຕະຍິງໃນການແຂ່ງບານໂລກ ແລະ ການແຂ່ງຂັນບານເຕະຊີງແຊ້ມແຫ່ງຊາດເອີຣົບ ລວມທັງໝົດ 17 ລາຍການ.

