ລາວສືບຕໍ່ໃຫ້ການຮ່ວມມືດ້ານມະນຸດສະທຳ

ໂດຍສືບຕໍ່ປະຕິບັດນະໂຍບາຍດ້ານມະນຸດສະທຳອັນສະເໜີຕົ້ນສະເໝີປາຍ ຂອງລັດຖະບານເຮົາ ແລະ ອີງຕາມແຜນການຮ່ວມມືສອງຝ່າຍດ້ານມະນຸດສະທຳລາວ-ອາເມລິກາ, ດ້ານວຽກງານສຳຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ດັ່ງໃນວັນທີ 7 ກັນຍານີ້ ໄດ້ມີກອງປະຊຸມປຶກສາຫາລືສອງຝ່າຍດ້ານວຽກງານດັ່ງກ່າວຂຶ້ນຢູ່ໂຮງແຮມ Crowne Plaza ນະຄອນຫລວງວຽງຈັນ. ຝ່າຍລາວນຳໂດຍທ່ານ ພົມມາ ຄຳມະນີຈັນ ຫົວໜ້າກົມເອີຣົບ-ອາເມລິກາ ກະຊວງການຕ່າງປະເທດ ແລະ ຝ່າຍອາເມລິການຳໂດຍທ່ານພົນຈັດຕະວາ Jon C.Kreitz ຮອງຜູ້ອຳນວຍການຂອງອົງການປົກປ້ອງສິດຜົນປະໂຫຍດຊະເລີຍເສິກ ແລະ ທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມ ແລະ ທ່ານນາງ ຣີນາ ບິດເຕີ (Rena Bitter) ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວເຂົ້າຮ່ວມນໍາດ້ວຍ.
ໃນກອງປະຊຸມ, ສອງຝ່າຍໄດ້ພ້ອມກັນທົບທວນຄືນການປະຕິບັດວຽກງານໃນໄລຍະສົກປີ 2017-18 ໃນການສຳຫລວດ ແລະ ຂຸດຄົ້ນຢູ່ພາກສະໜາມ ແລະ ວາງທິດທາງແຜນການຮ່ວມມືສໍາລັບສົກປີ 2018-2019. ພ້ອມນັ້ນ, ສອງຝ່າຍຍັງໄດ້ຕົກລົງສືບຕໍ່ເພີ່ມທະວີການຮ່ວມມືກັນໃນບັນຫາທີ່ປິ່ນອ້ອມ, ໂດຍສະເພາະການຊ່ວຍເຫລືອດ້ານມະນຸດສະທຳໃຫ້ແກ່ທ້ອງຖິ່ນທີ່ມີການປະຕິບັດງານຮ່ວມກັນ. ຝ່າຍລາວໄດ້ຢືນຢັນຄືນທີ່ຈະສືບຕໍ່ໃຫ້ການຮ່ວມມືຊອກຫາຄົນອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມບົນຈິດໃຈແຫ່ງແນວທາງນະໂຍບາຍດ້ານມະນຸດສະທຳ ແລະ ອີງຕາມເງື່ອນໄຂ ຄວາມອາດສາມາດຕົວຈິງຂອງຕົນ, ສ່ວນຝ່າຍອາເມລິກາ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ການຮ່ວມມືຂອງລັດຖະບານ ກໍຄື ປະຊາຊົນລາວບັນດາເຜົ່າ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະພິຈາລະນາໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ ໃຫ້ແກ່ປະຊາຊົນທ້ອງຖີ່ນທີ່ກ່ຽວຂ້ອງຈົນສຸດຄວາມສາມາດຂອງຕົນ ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ອາເມລິກາ ນັບມື້ນັບດີຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.
ວຽກງານຮ່ວມມືສຳຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ໄດ້ດຳເນີນມາເປັນເວລາ 30 ກວ່າປີ. ມາຮອດປັດຈຸບັນ ສອງຝ່າຍສາມາດຊອກໄດ້ສິ່ງເສດເຫລືອ ແລະ ໄດ້ສົ່ງໃຫ້ຝ່າຍອາເມລິກາແລ້ວ 282 ກໍລະນີ ແລະ ຍັງເຫລືອ 291 ກໍລະນີ, ຊຶ່ງຝ່າຍອາເມລິກາ ຍັງຈະສືບຕໍ່ຮຽກຮ້ອງມາຍັງລັດຖະບານ, ອຳນາດການປົກຄອງທ້ອງຖີ່ນ ກໍຄືປະຊາຊົນລາວບັນດາເຜົ່າໃນການຊອກຫາ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງ. ຜົນສຳເລັດໃນການຮ່ວມມືດ້ານດັ່ງກ່າວ, ແມ່ນເປັນການສະແດງໃຫ້ເຫັນເຖິງຈິດໃຈມະນຸດສະທຳອັນແຫ້ຈິງ ຂອງລັດຖະບານ ກໍຄື ປະຊາຊົນລາວ ທີ່ມີຕໍ່ລັດຖະບານ ກໍຄືປະຊາຊົນອາເມລິກາ, ໂດຍສະເພາະແມ່ນຄອບຄົວຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

