ສປປ ເກົາຫລີ ມຸ້ງພັດທະນາເສດຖະກິດ ແທນອາວຸດນິວເຄຼຍ

ສປປ ເກົາຫລີ ຫັນໄປເນັ້ນນະໂຍບາຍສ້າງເສດຖະກິດໃຫ້ແຂງແກ່ນ ແທນການພັດທະນາອາວຸດນິວເຄຼຍ ໃນການສະເຫລີມສະຫລອງການສ້າງຕັ້ງປະເທດຄົບຮອບ 70 ປີ.
AN-2 planes go into "7 0" formation to mark the 70th anniversary of the founding of North Korea. pic.twitter.com/0I5FIQLv0U
— NK NEWS (@nknewsorg) September 9, 2018
ນອກຈາກຂະບວນແຫ່ກ້ອນກຳລັງຂອງກອງທັບເພື່ອສະຫລອງ 70 ປີການສ້າງຕັ້ງປະເທດແລ້ວ, ສປປ ເກົາຫລີ ຍັງຈັດການສະແດງກາຍະກຳໝູ່ຄັ້ງໃຫຍ່ນຳອີກ ໂດຍທັງການເດີນສວນສະໜາມ ແລະ ການສະແດງກາຍະກຳຕ່າງໆມຸ້ງເນັ້ນນະໂຍບາຍໃໝ່ຂອງທ່ານ ກິມ ຈອງອຸນ ຜູ້ນຳ ສປປ ເກົາຫລີ ທີ່ໃຫ້ຄວາມສຳຄັນຕໍ່ການພັດທະນາເສດຖະກິດຂອງປະເທດແທນການພັດທະນາອາວຸດນິວເຄຼຍຄືທີ່ເຄີຍເປັນມາ ແລະ ເຖິງວ່າຂະບວນແຫ່ກ້ອນກຳລັງຂອງກອງທັບ ສປປ ເກົາຫລີ ຈະມີການນຳເອົາລົດຕັງຮຸ່ນໃໝ່ມາສະແດງ, ແຕ່ບໍ່ມີການສະແດງລູກສອນໄຟໄລຍະໄກ ທີ່ມີອຳນາດທຳລາຍໄດ້ໄກເຖິງອາເມລິກາ. ນອກຈາກນີ້ ການສະແດງກາຍະກຳໝູ່ຄັ້ງໃຫຍ່ທີ່ໃຊ້ນັກສະແດງຫລາຍພັນຄົນ ຍັງເປັນການສະແດງເທື່ອທຳອິດ ຫລັງງົດການສະແດງໃນວັນຄົບຮອບການສ້າງຕັ້ງປະເທດໄປເຖິງ 5 ປີ, ອີກທັງຍັງມີການໃຊ້ຄົນອີກເກືອບ 20.000 ຄົນ ເພື່ອແປຕົວອັກສອນນຳອີກ.
VIDEO: Thousands of North Korean troops parade through Pyongyang as the nuclear-armed country celebrates its 70th birthday but huge display avoids showing off ICBMs pic.twitter.com/zr2DCdkwRD
— AFP News Agency (@AFP) September 9, 2018
ສ່ວນປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ໄດ້ສະແດງຄວາມຂອບໃຈທ່ານ ກິມ ຈອງອຸນ ຜູ້ນຳ ສປປ ເກົາຫລີ ທີ່ບໍ່ນຳເອົາລູກສອນໄຟໄລຍະໄກຂ້າມທະວີບມາຮ່ວມການສະແດງຄັ້ງນີ້ ໃນວັນທີ 9 ກັນຍາ ເຊິ່ງທ່ານ ທຣຳ ລະບຸວ່າ: ເລື່ອງດັ່ງກ່າວເປັນການສະແດງອອກໃນທາງທີ່ດີຂອງ ສປປ ເກົາຫລີ. ທ່ານ ທຣຳ ກ່າວອີກວ່າ: ທ່ານ ແລະ ຜູ້ນຳ ສປປ ເກົາຫລີ ຈະພິສູດໃຫ້ເຫັນວ່າ: ທຸກຄົນຄິດຜິດ ແລະ ບໍ່ມີການເຈລະຈາເທື່ອໃດທີ່ດີເທົ່າກັບການເຈລະຈາລະຫວ່າງທ່ານ ແລະ ຜູ້ນຳ ສປປ ເກົາຫລີ.

